ອາຊ່ຽນ
ແມ່ນການລວມຕົວກັນເປັນອົງກອນລະຫວ່າງປະເທດ
ລະດັບພາກພື້ນຂອງປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກສຽງ ໃຕ້
ໂດຍລວມຕົວກັນໃນຊື່ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of
South East Asian Nations) ໂດຍໃຊ້ຊື່ຫຍໍ້ວ່າ ASEAN ອ່ານອອກສຽງພາສາລາວວ່າ ອາຊ່ຽນ ໂດຍມີຈຸດປະສົງໃນການຈັດຕັ້ງກຸ່ມອາຊ່ຽນກໍ່ເພື່ອສົ່ງເສີມ
ແລະ ຮ່ວມມືກັນໃນທຸກດ້ານ ທັງດ້ານສັນຕິພາບ, ດ້ານຄວາມໝັ້ນຄົງ,
ດ້ານເສດຖະກິດ, ດ້ານການກະຈາຍອົງກອນຄວາມຮູ້
ແລະ ດ້ານສັງຄົມວັດທະນາທຳ ເທິງພື້ນຖານຄວາມເທົ່າທຽມກັນ ແລະ
ຜົນປະໂຫຍດຮ່ວມກັນຂອງປະເທດສະມາຊິກທຸກປະເທດ.
ການລວມຕົວກັນເປັນໜຶ່ງຂອງສະມາຊິກອາຊ່ຽນທັງ
10 ປະເທດເຮັດໃຫ້ອຳນາດຕໍ່ລອງຫາປະໂຫຍດໃນເວທີລະຫວ່າງປະເທດ
ທັງໃນດ້ານການເມືອງ, ເສດຖະກິດ ແລະ ການທະຫານ.