ກົດບັດອາຊ່ຽນ

ກົດບັດອາຊ່ຽນ  (ASEAN Charter) ຫຼື ຄໍາອານຸຍາດອາຊ່ຽນ
    ກົດບັດອາຊ່ຽນ ປຽບເໝືອນຄໍາອານຸຍາດຂອງອາຊ່ຽນທີ່ຈະທໍາໃຫ້ອາຊ່ຽນມີສະຖານະເປັນນິຕິບຸດ ເປັນການວາງຮອບທາງກົດໝາຍ ແລະ ໂຄງສ້າງອົງການໃຫ້ກັບອາຊ່ຽນ ໂດຍນອກ ຈາກຈະປະມວນສິ່ງ ທີ່ຖືກເປັນຄ່ານິຍົມ ຫຼັກການ ແລະ ແນວປະຕິບັດໃນຂອງອາຊ່ຽນມາປະກອບກັນເປັນຂໍ້ປະຕິບັດຢ່າງເປັນ ທາງການຂອງປະເທດສະມາຊິກແລ້ວຍັງມີການປັບປຸງແກ້ໄຂ ແລະ ສ້າງກົດເກນໃໝ່ຂື້ນພ້ອມກໍານົດຂອບ ເຂດໜ້າທີ່ຄວາມຮັບຜິດຊອບຂອງອົງການທີ່ສໍາຄັນໃນອາຊ່ຽນຕະຫຼອດຈົນຄວາມສໍາພັນໃນການດໍາເນີນງານຂອງອົງການເຫຼົ່ານີ້ໃຫ້ສອດຄ່ອງກັບຄວາມປຽ່ນແປງໃນໂລກປັດຈຸບັນ ເພື່ອເພີ່ມສະມາຊິກຂອງອາຊ່ຽນ ໃຫ້ສາມາດດໍາເນີນການຕາມວັດຖຸປະສົງ ແລະ ເປົ້າໝາຍໂດຍສະເພາະຢ່າງຍີ່ງ ການຂັບເຄື່ອນການລວມ ໂຕຂອງປະຊາອາຊ່ຽນ ໃຫ້ໄດ້ກາຍໃນປີ 2015 ຕາມຜູ້ທີ່ນໍາອາຊ່ຽນໄດ້ຕົກລົງກັນໄວ້.
    ທັ້ງນີ້ຜູ້ນໍາອາຊ່ຽນໄດ້ລົງນາມຮັບຮອງກົດບັດອາຊ່ຽນ ໃນການປະຊຸມສຸດຍອດອາຊ່ຽນ ຄັ້ງທີ່ 13 ເມື່ອວັນທີ່ 20 ພະຈິກ 2007 ປະເທດສິງກະໂປຣ ໃນໂອກາດຄົບຮອບ 40 ປີ ຂອງການກໍ່ຕັ້ງອາຊ່ຽນ ສະແດງໃຫ້ເຫັນວ່າອາຊ່ຽນກໍາລັງສະແດງໃຫ້ປະຊາຄົມໂລກໄດ້ເຫັນເຖິງຄວາມກ້າວໜ້າຂອງອາຊ່ຽນ ທີ່ກໍາລັງຈະກ້າວເດີນໄປດ້ອຍກັນຢ່າງໝັ້ນໃຈລະຫວ່າງປະເທດສະມາຊິກຕ່າງໆທັ້ງ 10 ປະເທດ ແລະ ຖືເປັນເອກະສານປະຕິວັດຂື້ນສໍາຄັນທີ່ຈະປັບປ່ຽນອາຊ່ຽນ ໃຫ້ເປັນອົງການ ທີ່ມີ ສະຖານະເປັນນິຕິບຸດ ໃນຂະນະທີ່ເປັນອົງການລະຫວ່າງລັດຖະບານ ປະເທດສະມາຊິກໄດ້ໃຫ້ສັນຍາກົດບັດອາຊ່ຽນ ຮອບຄັ້ງ 10
ປະເທດ ແລ້ວເມື່ອວັນທີ່ 15 ພະຈິກ 2008 ກົດບັດອາຊ່ຽນຈຶ່ງມີຜົນໃຊ້ບັງຄັບຕັ້ງແຕ່ວັນທີ່ 15 ພະຈິກ 2008 ເປັນຕົ້ນໄປ.

ວັດຖຸປະສົງຂອງກົດບັດອາຊ່ຽນ
    ວັດຖຸປະສົງຂອງກົດບັດອາຊ່ຽນ ຄື ທໍາໃຫ້ອາຊ່ຽນເປັນອົງການທີ່ມີປະສິດຕິພາບມີປະຊາຊົນເປັນ ສູນກາງໃນການເຮັດວຽກຫລາຍຂື້ນ ນອກຈາກນີ້ ກົດບັດອາຊ່ຽນຈະໃຫ້ສະຖານະນິຕິບຸດແກ່ອາຊ່ຽນ ເປັນອົງການລະຫວ່າງລັດຖະບານ (intergovernmental organization)
ໂຄງສ້າງ ແລະ ສາລະສຳຄັນຂອງກົດບັດອາຊ່ຽນ

    ກົດບັດອາຊ່ຽນປະກອບດ້ວຍບົດບັນຍັດ 13 ໝວດ 55 ຂໍ້ຄື:
ໝວດທີ່ 1 ຄວາມມຸ່ງປະສົງ ແລະ ຫຼັກການຂອງອາຊ່ຽນ
ໝວດທີ່ 2 ສະພາບບຸກຄົນຕາມກົດໝາຍຂອງອາຊ່ຽນ
ໝວດທີ່ 3 ສະມາຊິກພາ (ລັດສະມາຊິກ, ສິທິດ ແລະ ພັນທະກໍລະນີຂອງລັດສະມາຊິກ ແລະ ການຮັບສະມາຊິກໃໝ່)
ໝວດທີ່ 4 ໂຄງສ້າງອົງກອນຂອງອາຊ່ຽນ
ໝວດທີ່ 5 ອົງກອນທີ່ມີຄວາມສຳພັນກັບອາຊ່ຽນ
ໝວດທີ່ 6 ການຄຸ້ມຄອງ ແລະ ເອກະສິດ
ໝວດທີ່ 7 ຂະບວນການຕັດສິນໃຈ
ໝວດທີ່ 8 ການລະງັບຂໍ້ຜິດຜາດ
ໝວດທີ່ 9 ງົບປະມານ ແລະ ການເງິນ
ໝວດທີ່ 10​ ການບໍລິຫານ ແລະ ຂັ້ນຕອນການດຳເນີນງານ
ໝວດທີ່ 11 ເອກະລັກ ແລະ ສັນຍາລັກຂອງອາຊ່ຽນ
ໝວດທີ່ 12 ຄວາມສຳພັນກັບພາຍນອກ
ໝວດທີ່ 13 ບົດບັນຊີທົ່ວໄປ ແລະ ບົດບັນຊີສຸດທ້າຍ

    ກົດບັດອາຊ່ຽນຊ່ວຍໃຫ້ອາຊ່ຽນເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂື້ນ ເສີມສ້າງກົນໄກການຕິດ ຕາມຄວາມຕົກລົງຕ່າງໆໃຫ້ມີຜົນ ແລະ ເຮັດໃຫ້ອາຊ່ຽນເປັນປະຊາຄົມເພື່ອປະຊາຊົນຢ່າງແທ້ຈິງ.
    ກົດບັດອາຊ່ຽນຊ່ວຍໃຫ້ອາຊ່ຽນເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂື້ນໄດ້ຄື ມີຂໍ້ກຳນົດໃໝ່ໆ ທີ່ຊ່ວຍໃຫ້ໂຄງສ້າງການເຮັດວຽກ ແລະ ກົນໄກຕ່າງໆຂອງອາຊ່ຽນໃຫ້ມີປະສິດທິພາບຫຼາຍຂື້ນ ແລະ ເພີ່ມຄວາມງ່າຍໃນການແກ້ໄຂບັນຫາເຊັ່ນ:

1.    ກຳນົດໃຫ້ເພີ່ມການປະຊຸມສຸດຍອດອາຊ່ຽນຈາກເກົ່າປີລະ 1 ເທື່ອ ເປັນປີລະ 2 ເທື່ອ ເພື່ອໃຫ້ ຜູ້ນຳມີໂອກາດປຶກສາກັນຫຼາຍຂື້ນ ພ້ອມທັງສະແດງໃຫ້ເຫັນເຖີງເຈດຈຳນົງທາງການເມືອງທີ່ຈະ ຊ່ວຍອາຊ່ຽນໄປສູ່ການລວມຕົວກັນເປັນປະຊາຄົມໃນອານາຄົດ.
2.    ມີການຈັດຕັ້ງຄະນະລັດຖະມົນຕີປະຈຳປະຊາຄົມອາຊ່ຽນຕາມເສົາຫຼັກທັງ 3 ດ້ານຄື: ການເມືອງຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ ແລະ ວັດທະນາທຳ
3.    ກຳນົດໃຫ້ປະເທດສະມາຊິກແຕ່ງຕັ້ງເອກອັດລາຊະທູດປະຈຳອາຊ່ຽນໄປປຳຈຳທີ່ເມືອງຈາກາຣ໌ຕາ ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖີງຄວາມຕັ້ງໃຈຂອງອາຊ່ຽນທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການເດິນທາງໄປຮ່ວມປະຊຸມ ແລະ ເພື່ອເພີ່ມປະສິດທິພາບໃນການປະສານງານລະຫວ່າງປະ ເທດສະມາຊິກ
4.    ຫາກປະເທດສະມາຊິກບໍ່ສາມາດຕົກລົງກັນໄດ້ໂດຍຫຼັກສັນຕີ ໃຫ້ໃຊ້ການຕັດສິນໃຈຮູບແບບອື່ນໆ ໄດ້ຕາມທີ່ຜູ້ນຳກຳນົດ
5.    ເພີ່ມຄວາມງ່າຍດາຍໃນການຕີຄວາມຫຼັກການບໍ່ແຊກແຊງ ໂດຍມີຂໍ້ກໍານົດວ່າຫາກເກີດບັນຫາທີ່ ກະທົບຕໍ່ຜົນປະໂຫຍດສ່ວນຮ່ວມຂອງອາຊ່ຽນ ຫຼື ເກີດສະຖານະການສຸກເສີນປະເທດສະມາຊິກ ຕ້ອງປືກສາກັນເພື່ອແກ້ປັນຫາ ແລະ ກໍານົດໃຫ້ປະທານອາຊ່ຽນສະເໜີວິທີການແກ້ໄຂບັນຫາ ດັ່ງກ່າວ.

    ກົດບັດອາຊ່ຽນຈະເສີມສ້າງກົນໄກການຕິດຕາມຄວາມຕົກລົງຕ່າງໆ ໃຫ້ມີເປັນຮູບແບບໄດ້ຢ່າງໃດ ກົດບົດອາຊ່ຽນສ້າງ ກົນໄກກວດສອບ ແລະ ຕິດຕາມຄວາມດຳເນີນການຕ່າງໆ ຂອງປະເທດສະມາຊິກ ໃນຫຼາຍຮູບແບບ ເຊັ່ນ:
1.    ໃຫ້ອຳນາດເລຂາທິການອາຊ່ຽນເບິ່ງແຍງການປະຕິບັດຕາມກໍລະນີ ແລະ ຄຳຕັດສິນຂອງອົງກອນ ລະງັບຂໍ້ຜິດພາດ
2.    ຖ້າການປະຕິບັດ ຫຼື ບໍ່ປະຕິຕາມຂໍ້ຕົກລົງຕ່າງໆ ເຮັດໃຫ້ເກີດຂໍ້ຜິດພາດ ລະຫວ່າງລັດສະມາຊິກສາມາດໃຊ້ກົນໄກ ແລະ ຂຶ້ນຂັ້ນຕອນລະງັບຂໍ້ຜິດພາດທັງໆທີ່ມີຢູ່ແລ້ວ ແລະ ຈະຕັ້ງຂື້ນໃໝ່ເພື່ອແກ້ໄຂຂໍ້ຜິດພາດທີ່ເກີດຂື້ນໂດຍສັນຕິວິທີ
3.    ຖ້າມີການລະເມີດກໍລະນີໃນກົດບັດ ຢ່າງຮ້າຍແຮງ ຜູ້ນຳອາຊ່ຽນສາມາດກຳນົດມາດຕະການໃດໆ ທີ່ເໝາະສົມວ່າຈະດຳເນີນການຢ່າງໃດຕໍ່ລັດຜູ້ລະເມີດກໍລະນີກົດບັດອາຊ່ຽນຊ່ວຍໃຫ້ອາຊ່ຽນເປັນປະຊາຄົມ ເພື່ອປະຊາຊົນຢ່າງໃດຂໍ້ບົດຕ່າງໆ ໃນກົດບັດອາຊ່ຽນ ສະແດງວ່າອາຊ່ຽນຊູກຍູ້ອົງກອນໃຫ້ເປັນປະຊາຄົມເພື່ອປະຊາຊົນຢ່າງແທ້ຈິງ ຈຶ່ງກຳນົດໃຫ້ການຫຼຸດຄວາມຍາກຈົນ ແລະ ຫຼືຊ່ອງຫວ່າງການພັດທະນາເຂົ້າເປັນ ເປົ້າໝາຍໜຶ່ງ ຂອງອາຊ່ຽນ ກົດບັດອາຊ່ຽນເປີດໂອກາດໃຫ້ປະຊາຊົນ ແລະ ພາກປະຊາຄົມເຂົ້າມາມີສ່ວນຮ່ວມໃນອາຊ່ຽນຜ່ານການມີປະຖິສຳພັນກັບອົງກອນຕ່າງໆ ຂອງອາຊ່ຽນຫຼາຍຂຶ້ນ ທັງຍັງກຳນົດໃຫ້ມີການຮ່ວມມືລະຫວ່າງອາຊ່ຽນກັບສະມັດຊາລັດສະພາອາຊ່ຽນ ເຊິ່ງເປັນອົງກອນການຮ່ວມມືລະຫວ່າງລັດສະພາຂອງປະເທດສະມາຊິກກຳນົດໃຫ້ມີການຈັດ ຕັ້ງກົນໄກສິດທິຂອງມະນຸດຊົນຂອງອາຊ່ຽນ ເພື່ອສົ່ງເສີມ ແລະ ຄຸ້ມຄອງສິດທິຂອງມະນຸດຂັ້ນພື້ນ ຖານຂອງປະຊາຊົນ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment