ສັນຍາລັກອາຊ່ຽນ

    ສັນຍາລັກອາຊ່ຽນ ໄດ້ຮັບການອອກແບບໃຫ້ເປັນຮູບຮວງເຂົ້າສີເຫຼືອງທອງເທິງພື້ນສີແດງອ້ອມຮອບດ້ວຍວົງກົມສີຂາວ ແລະ ສີນ້ຳເງິນຮວງເຂົ້າ 10 ຕົ້ນ ທີ່ມັດຮ່ວມກັນໄວ້ໝາຍເຖີງປະເທດສະມາຊິກອາຊ່ຽນທັງ 10 ປະເທດ ຮ່ວນ ກັນຢູ່ເພື່ອມິດຕະພາບ ແລະ ນ້ຳໜື່ງໃຈດຽວກັນ ໂດຍພື້ນທີ່ວົງກົມສີແດງ, ສີຂາວ, ສີນ້ຳເງິນ ສະແດງເຖີງ ຄວາມເປັນເອກະພາບ ຄວາມເປັນນ້ຳໜື່ງໃຈດຽວກັນມີຕົວອັກສອນຄຳວ່າ: “ASEAN” ສີນ້ຳເງິນວາງຢູ່ໃຕ້ ຮວງເຂົ້າອັນສະແດງເຖີງຄວາມມຸ່ງໝັ້ນທີ່ຈະເຮັດວຽກຮ່ວມກັນເພື່ອຄວາມໝັ້ນຄົງ, ສັນຕິພາບ, ເອກະພາບ ແລະ ຄວາມກ້າວໜ້າຂອງປະເທດສະມາຊິກອາຊ່ຽນທັງຫຼາຍ ສ່ວນສີນ້ຳເງິນໃນສັນຍາລັກອາຊ່ຽນໝາຍເຖີງ ສັນຕິພາບ ແລະ ຄວາມໝັ້ນຄົງ



    ສີໃນສັນຍາລັກອາຊ່ຽນມີຄວາມໝາຍດັ່ງນີ້:
- ສີນ້ຳເງິນ ໝາຍເຖິງສັນຕິພາບ ແລະ ຄວາມໝັ້ນຄົງ
- ສີແດງ ໝາຍເຖີງຄວາມກ້າຫານ ແລະ ຄວາມກ້າວໜ້າ
- ສີເຫຼືອງ ໝາຍເຖີງຄວາມຈະເລີນຮຸ່ງເຮືອງ

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment