ສະກຸນເງິນອາຊ່ຽນ

      ສະກຸນເງິນອາຊ່ຽນ ອາຊ່ຽນຂອງເຮົາຍັງບໍ່ໄດ້ມີການກຳນົດສະກຸນເງິນກາງເຊີ່ງຈະສາມາດໄຊ້ກັນໄດັທັງອາຊ່ຽນ 10 ປະເທດໂດຍແຕ່ລະປະເທດຍັງຈະໃຊ້ສະກຸນເງິນຂອງຕົວເອງຕໍ່ໄປເຊິ່ງເດິນທາງຂ້າມປະເທດຈະຕ້ອງໃຊ້ບໍລິການປ່ຽນເງິນຕຣາຂອງປະເທດນັ້ນໆຍົກເວັ້ນປະເທດທີ່ມີຊາຍແດນຕິດກັນ ທີ່ຈະສາມາດໃຊ້ສະກຸນເງິນໄດ້ທັງສອງສະກຸນເງິນໃນພື້ນທີ່ຊາຍແດນເປັນການສະເພາະເຊັ່ນ: ບໍລິເວນຊາຍແດນລາວ-ໄທ ສາມາດໃຊ້ໄດ້ທັງເງິນກີຍຂອງລາວ ແລະ ເງິນບາດໄທເປັນຕົ້ນ.

      ສະກຸນເງິນອາຊ່ຽນທັງໝົດມີດັ່ງນີ້:
ສະກຸນເງິນຂອງບຣູໄນ - ໂດຣາບຣູໄນ (Brunei Dollar BND)
    ເງິນໂດຣາບຣູໄນມີຄ່າເທົ່າກັບເງິນໂດຣາສີງກະໂປ ໂດຍທາງການປະເທດບຣູໄນທະນະບັດທີ່ມີມູນຄ່າ 1,​ 5, 10, 50, 100, 500, 1,000 ແລະ 10,000 ໂດຣາມີອັດຕາແລກປ່ຽນປະມານ 1.3 BND ຕໍ່ໂດຣາສະ ຫະລັດ.


ສະກຸນເງິນຂອງກຳປູເຈຍ - ຫຼຽນ (Cambodian Riel, KHR)
    ເງິນຫຼຽນກຳປູເຈຍ ມີການຜະລິດທັງຫຼຽນ ແລະ ທະນະບັດຫຼາຍລະດັບລາຄາອອກມາໃຊ້ ຄື: 50, 100, 200, 500, 1,000, 2,000, 5,000,10,000, 20,000, 50,000, ແລະ 100,000 ຫຼຽນ ໂດຍມີ ອັດຕາແລກປ່ຽນປະມານ 4,000 ຫຼຽນຕໍ່ໂດຣາສະຫະລັດ.

ສະກຸນເງິນຂອງມາເລເຊຍ - ລິງກຣິດ (Ringgit, MYR)
    ເງິນລິງກຣິດມາເລເຊຍມີອັດຕາແລກປ່ຽນປະມານ 3.2 MYR ຕໍ່ 1 ໂດຣາສະຫະລັດເງິນລິງກຣິດມາເລເຊຍຖືກຜະລິດອອກມາໃຊ້ຫຼາຍລະດັບລາຄາຄື: 1, 5, 10, 20, 50, ແລະ 100 ລິງກຣິດ

ສະກຸນເງິນຂອງມຽນມ່າ - ຈ໊າດ  (Myanmar Kyat, MMK)
    ເງິນຈ໊າດຂອງພະມ່າມີອັດຕາແລກປ່ຽນປະມານ 1,000 ຈ໊າດຕໍ່ໂດຣາສະຫະລັດ ໂດຍມີການຜະລິດທະນະບັດອອກມາໃຊ້ຫຼາຍລາຄາຄື: 1,​ 5, 20, 50, 100, 200, 500, 1,000, 5,000 ແລະ 10,000 ຈ໊າດ

ສະກຸນເງິນຂອງຟີລິດປິນ - ປີໂຊ  (Philippine Piso, PHP)
    ເງິນເປໂຊຟີລິບປີນມີອັດຕາແລກປ່ຽນປະມານ 44 ເປໂຊຕໍ່ໂດຣາສະ ຫະລັດ ທະນະບັດເງິນເປໂຊທີ່ຜະລິດອອກມາໃຊ້ມີຫຼາຍລະດັບຄື: 20,  50, 100, 200, 500 ແລະ 1,000 ເປໂຊ

ສະກຸນເງິນຂອງອິນໂດເນເຊຍ - ຣູເປຍ  (Indonesian Rupiah, IDR)
    ເງິນຣູເປຍຂອງອິນໂດເນເຊຍມີອັດຕາແລກປ່ຽນປະມານ 11,700 IDR ຕໍ່ໂດຣາສະຫະລັດ ລາຄາຂອງທະນະບັດຣູເປຍທີ່ຜະລິດອອກມາໃຊ້ຄື: 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣູເປຍ.

ສະກຸນເງິນຂອງໄທ - ບາດ  (Thai Baht, THB)
    ເງິນບາດຂອງໄທມີສະຖານະຂ້ອນຂ້າງແຂງແຮງໃນບັນດາສະກຸນເງິນອາຊ່ຽນດ້ວຍກັນ ເນື່ອງຈາກປະເທດໄທ ມີເງິນທືນສຳຮອງລະຫວ່າງປະເທດສູງຫຼາຍ ອັດຕາແລກປ່ຽນເງິບາດໄທນັ້ນປະມານ 32 ຕໍ່ໂດຣາສະຫະລັດ ທະນະບັດເງິນບາດໄທໄດ້ຜະລິດອອກມາໃຊ້ໃນລະດັບລາຄາ 20, 50, 100, 500 ແລະ 1,000 ບາດ

ສະກຸນເງິນຂອງສິງກະໂປ - ໂດຣາສິງກະໂປ  (Singapore Dollar, SGD)
    ເງິນໂດຣາສິງກະໂປນັບໄດ້ວ່າເປັນສະກຸນເງິນທີ່ແຂງແຮງທີ່ສຸດໃນບັນດາສະກຸນເງິນອາຊ່ຽນທັງໝົດ ມີອັດຕາ ແລກປ່ຽນປະມານ 1.3 SGD ຕໍ່ໂດຣາສະຫະລັດ ທະນະບັດ ໂດຣາສິງກະໂປໄດ້ຜະລິດອອກມາໃຊ້ຄື2, 5 10, 50, 100, 1,000 ແລະ 10,000 ໂດຣາ.

ສະກຸນເງິນຂອງລາວ - ກີບ  (Laotian Kip, LAK)
    ເງິນກີບຂອງລາວມີອັດຕາແລກປ່ຽນປະມານ 250 ກີບຕໍ່ໜື່ງບາດ ຫຼື ປະມານ  8,000 ກີບຕໍ່ໂດຣາສະ ຫະ ລັດ ທະນະບັດເງິນກີບທີ່ມີການຜະລິດອອກມາໃຊ້ຄື:  500, 1,000, 2,000, 5,000, 10,000, 20,000,  50,000 ແລະ 100,000 ກີບ.

ສະກຸນເງິນຂອງຫວຽດນາມ - ດົ່ງ  (Vietnam Dong, VND)
    ສະກຸນເງິນດົ່ງຂອງຫວຽດນາມມີອັດຕາແລກປ່ຽນປະມານ 21,000 ດົ່ງຕໍ່ໂດຣາສະຫະລັດ ທະນະບັດເງິນດົ່ງທີ່ຜະລິດອອກມາໃຊ້ຄື: 1,000 ,2,000, 5,000, 10,000, 20,000, 50,000, 100,000, 200,000 ແລະ  500,000 ດົ່ງ.

    ສະກຸນເງິນອາຊ່ຽນແຕ່ລະປະເທດມີຄວາມແຂງແຮງຕາມພາວະເສດຖະກິດຂອງສະມາຊິກແຕ່ລະປະເທດ ໂດຍໄດ້ຮັບຄວາມໝາຍໄວ້ວ່າ ເມື່ອມີການລວມຕົວເປັນປະຊາຄົມເສດຖະກິດອາຊ່ຽນ ຫຼື AEC ໃນປີ 2015 ສະກຸນເງິນອາຊ່ຽນທັງ 10 ປະເທດຈະມີຄວາມແຂງແຮງຂື້ນອີກຫຼາຍ ເນື່ອງມາຈາກຄວາມ ຕ້ອງການສະກຸນເງິນເຫຼົ່ານີ້ໃນການຊື້ຂາຍສິນຄ້າ ແລະ ບໍລິການມີຫຼາຍຂື້ນ ຕະຫຼອດຈົນພາວະເສດຖະກິດ ຂອງອາຊ່ຽນພາຍຫຼັງການລວມຕົວເປັນປະຊາຄົມເສດຖະກິດອາຊ່ຽນຈະມີຄວາມແຂງແຮງຂື້ນ ມີອຳນາດການຕໍ່ລອງໃນເວທີການຄ້າລະຫວ່າງປະເທດສູງຂື້ນນັ້ນເອງ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment