ສັດປະຈຳຊາດຂອງປະເທດໃນອາຊ່ຽນ

1. ສັດປະຈຳຊາດຂອງປະເທດໄທແມ່ນ ຊ້າງ.
    ຊ້າງ ເປັນສັດປະຈຳຊາດໄທມາດົນນານ ໂດຍສະໄໝບູຮານ ປະເທດໄທມີຊ້າງຢູ່ຫຼາຍແສນໂຕ ຊ້າງສ່ວນຫຼາຍຈະໃຊ້ໃນການເຮັດສົງຄາມເປັນຫຼັກ ຕໍ່ມາເມື່ອມີອາວຸດທັນສະໄໝເຂົ້າມາແທນທີ່ ຊ້າງຈຶ່ງຖືກນຳໄປໃຊ້ໃນການແກ່ລາກໄມ້ໃນປ່າ ແລະ ໃນປັດຈຸບັນຊ້າງເປັນສັດອະນຸລັກໃນການສະແດງ ແລະ ການທ່ອງທ່ຽວ ປະເທດ.

2. ສັດປະຈຳຊາດຂອງປະເທດກຳປູເຈ່ຍແມ່ນ ງົວກະທິງ.
    ງົວກະທິງເປັນສັດຈຳພວກງົວປ່າຊະນິດໜຶ່ງ ເປັນສັດຕົວໃຫຍ່ ໂຄນຂາໃຫຍ່ ປາຍຫາງເປັນພວງຂົນ ປັດຈຸປັນ ງົວກະທິງຢູ່ໃນສະຖານະສູນພັນ ໂດຍບໍ່ມີລາຍງານການພົບງົວກະທິງໃນປ່າທຳມະຊາດມາຫຼາຍສິບປີແລ້ວ ແຕ່ນັກອະນຸລັກສ່ວນໃຫຍ່ເຊື່ອວ່າຈະຍັງສາມາດພົບໄດ້ໃນປ່າຊາຍແດນໄທ ແລະ ກຳປູເຈ່ຍ.

3. ສັດປະຈຳຊາດຂອງປະເທດມຽນມ່າແມ່ນ ເສືອໂຄ້ງ.
    ເສືອໂຄ້ງເປັນສັດກິນຊີ້ນຕະກູນແມວທີ່ມີຂະໜາດໃຫຍ່ທີ່ສຸດ ມີຄວາມດຸຮ້າຍ ວ່ອງໄວ ສາມາດແລ່ນໄດ້ໄວ ລອຍນຳ້ເກັ່ງ ປີນຕົ້ນໄມ້ໄດ້ດີ ພົບໄດ້ທົ່ວໄປໃນທະວີບອາຊີ ແລະ ພົບຫຼາຍໃນປ່າຂອງມຽນມ່າ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງປະເທດມຽນມ່າໄດ້ເປັນຢ່າງດີ.

4. ສັດປະຈຳຊາດຂອງປະເທດລາວແມ່ນ ຊ້າງ.
    ຊ້າງເປັນສັດປະຈຳຊາດຄືກັບປະເທດໄທ ປະເທດແລະປະຊາຊົນລາວມີຄວາມຜູກພັນມາແຕ່ອະດີດ ໃນອະດີດປະເທດລາວເຮົາເອງມີຊື່ເອີ້ນວ່າ ອານາຈັກລາວລ້ານຊ້າງ ໃຊ້ຊ້າງໃນການເຮັດສົງຄາມ ແລະ ໃຊ້ເປັນອແຮງງານ ດັ່ງນັ້ນຊ້າງຈຶ່ງເປັນສັດປະຈຳຊາດລາວ.

5. ສັດປະຈຳຊາດຂອງປະເທດອິນໂດເນເຊຍແມ່ນ ມັງກອນໂຄໂມໂດ.
    ມັງກອນໂຄໂມໂດ ເປັນສັດສະໄໝບູຮານ ມີຂະໜາດໃຫຍ່ຫຼາຍເມື່ອທຽບກັບສັດຕູນດຽວກັນ ພົບໄດ້ສະເພາະໃນປະເທດອິນໂດເນເຊຍບໍລິເວນເກາະໂຄໂມໂດ ຣິນຄາ, ຟລໍເຣສ ແລະ ກີລີໂມຕາງ ເປັນສັດທີ່ມີນິໄສດຸຮ້າຍກວ່າເພື່ອນຮ່ວມສາຍພັນ ມັກຢູ່ຮ່ວມກັນເປັນຝູງ ແລະ ສາມາດພົບເຫັນໄດ້ແຫ່ງດຽວໃນໂລກ ດັ່ງນັ້ນມັງກອນໂຄໂມໂດ ຈຶ່ງເລືອກໃຫ້ເປັນສັດປະຈຳຊາດ ອິນໂດເນເຊຍ.

6. ສັດປະຈຳຊາດຟິລິບປິນແມ່ນ ຄວາຍ.
    ຄວາຍໃນປະເທດຟິລິບປິນຖືກນຳໃຊ້ເປັນແຮງງານ ທັງແຮງງານດ້ານການກະເສດ ແລະ ການແກ່ລາກຂອງໜັກ ດັ່ງນັ້ນຄົນຟິລິບປິນຈຶ່ງມີຄວາມຜູກພັນກັບຄວາຍເປັນພິເສດ ແລະ ຄວາຍໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງຟິລິບປິນ ຄວາຍໃນພາສາພື້ນເມືອງຫຼືພາສາຕາກາລ໋ອກເອີ້ນວ່າ ຄາລາບາວ.

7. ສັດປະຈຳຊາດຂອງປະເທດບລູໄນແມ່ນ ເສືອໂຄ້ງ.
    ເສືອໂຄ້ງເປັນສັດກິນຊີ້ນຂະໜາດໃຫຍ່ ໂດຍລັກສະນະທາງພູມມິປະເທດຂອງປະເທດບລູໄນ ເຊິ່ງມີພູຜາ ແລະ ປ່າໄມ້ເປັນຈຳນວນຫຼວງຫຼາຍ ມີປະຊາກອນບໍ່ໜາເເໜ້ນ ສັດປ່າຈຶ່ງບໍ່ຖືກລົບກວນ ຈຶ່ງສາມາດພົບເສືອໂຄ້ງສາຍພັນອາຊີຈຳນວນຫຼາຍ ແລະ ໄດ້ຖືກເລືອກເປັນສັດປະຈຳຊາດຂອງບລູໄນ.

8. ສັດປະຈຳຊາດຂອງປະເທດສິງກະໂປແມ່ນ ສິງ.
    ປະເທດສິງກະໂປແຕ່ເດີມມີຊື່ວ່າເມືອງສິງບູລະ ( Singapura ) ເຊິງໝາຍເຖິງເມືອງແຫ່ງສິງ ແຕ່ບໍ່ມີລາຍງານການພົບເຫັນສິງຢູ່ຕາມທຳມະຊາດໃນສິງກະໂປເລີຍ ເນື່ອງຈາກເປັນປະເທດທີ່ບໍ່ມີປ່າ ຫຼື ທຸ່ງຫຍ້າເຊິ່ງເປັນທີ່ຢູ່ອາໄສຂອງສິງ ມີແຕ່ເລື່ອງເລົ່າທີ່ວ່າມີຜູ້ເຄີຍພົບເຫັນສັດທີ່ມີຮູບຮ່າງຄືສິງໃນດິນແດນນີ້ເທົ່ານັ້ນ ແຕ່ສິງກໍຍັງຖືກເລືອກໃຫ້ເປັນສັດປະຈຳຊາດຂອງສິງກະໂປ.

9. ສັດປະຈຳຊາດຂອງປະເທດມາເລເຊຍແມ່ນ ເສືອໂຄ້ງມາລາຍູ.
    ເສືອໂຄ້ງມາລາຍູເປັນສັດຕະກູນເສືອໂຄ້ງທີ່ມີລັກສະນະສະເພາະ ມີຂະໜາດໃຫຍ່ ແລະ ມີຄວາມແຂງແຮງຫຼາຍ ພົບຫຼາຍທາງພາກກາງຂອງປະເທດມາເລເຊຍ ແລະ ພົບໄດ້ໃນປ່າດິບຊື່ນຂອງປະເທດເຊັ່ນ: ເພນນີຊູລ່າ, ກລັນຕັງ, ຕຣັງການູ... ນອກຈາກເສືອໂຄ້ງມາລາຍູຈະເປັນສັດປະຈຳຊາດມາເລເຊຍແລ້ວ  ຍັງປາກົດຢູ່ໃນກາສັນຍາລັກຂອງປະເທດ.

10. ສັດປະຈຳຊາດຂອງປະເທດຫວຽດນາມແມ່ນ ຄວາຍ.
      ຄວາຍໃນປະເທດຫວຽດນາມຖືກນຳໃຊ້ເປັນແຮງງານ ທັງແຮງງານດ້ານການກະເສດ ແລະ ການແກ່ລາກຂອງໜັກ ດັ່ງນັ້ນຄົນຫວຽດນາມຈຶ່ງມີຄວາມຜູກພັນກັບຄວາຍເປັນພິເສດ ແລະ ຄວາຍໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງຫວຽດນາມ ຄືກັບຟິລິບປິນ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment