3 ເສົາຫຼັກອາຊ່ຽນ

    3 ເສົາຫຼັກອາຊ່ຽນຄື: 3 ຄວາມຮ່ວມມືຫຼັກຂອງກຸ່ມສະມາຊິກອາຊ່ຽນ ທີ່ຈະຊ່ວຍຫລໍ່ຫຼອມທຸກປະເທດສະມາຊິກອາຊ່ຽນມີຄວາມເປັນໜື່ງດຽວ ມີຄວາມເຂັ້ມແຂງສາມາດແຂ່ງຂັນໃນທຸກໆດ້ານ
    3 ເສົາຫຼັກອາຊ່ຽນ ໝາຍເຖີງປະຊາຄົມອາຊ່ຽນ ຊື່ງເປັນພາບລວມຂອງການລວມຕົວກັນຂອງກຸ່ມປະເທດສະມາຊິກອາຊ່ຽນ ໂດຍຕາມຂໍ້ຕົກລົງ ເມື່ອປີ 2003 ໄດ້ມີຂໍ້ຕົກລົງໃຫ້ມີການຈັດຕັ້ງປະຊາຄົມອາຊ່ຽນຂື້ນ ໂດຍແບ່ງອອກເປັນ 3 ປະຊາຄົມຍ່ອຍ ໂດຍທັງ 3 ປະຊາຄົມຍ່ອຍນັ້ນເຮົາເອີ້ນວ່າ 3 ເສົາຫຼັກອາຊ່ຽນ ຊື່ງມີການກຳນົດເປົ້າໝາຍໃຫ້ສຳເລັດໃນປີ 2020 ແຕ່ຕໍ່ມາມີການກຳນົດໃຫ້ສຳເລັດຂື້ນຈາກເດີມອີກ 5 ປີຄືຕ້ອງສໍາເລັດພາຍໃນປີ 2015.



3 ເສົາຫຼັກອາຊ່ຽນປະກອບດ້ອຍ
   1.ປະຊາຄົມການເມືອງຄວາມໝັ້ນຄົງອາຊ່ຽນ(ASEAN POLITICAL-SECURITY COMMUNITY ຫຼື APSC)
   2. ປະຊາຄົມເສດຖະກິດອາຊ່ຽນ (ASEAN ECONOMIC COMMUNITY ຫຼື AEC)
   3. ປະຄົມສັງຄົມແລະວັດທະນາທຳ (ASEAN SOCIO-CULTURAL COMMUNITY ຫຼື ASCC)

ລາຍລະອຽດຂອງ 3 ເສົາຫຼັກອາຊ່ຽນ
  1.ປະຊາຄົມການເມືອງແລະຄວາມໝັ້ນຄົງອາຊ່ຽນ.
ມີວັດຖຸປະສົງເພື່ອເສີມສ້າງແລະດຳລົງໄວ້ເຊຶ່ງສັນຕິພາບ ແລະ ຄວາມໝັ້ນຄົງ ເພຶ່ອໃຫ້ປະເທດໃນພູມວິພາກຢູ່ຮ່ວມກັນຢ່າງສັນຕິສຸກ ແລະ ສາມາດແກ້ໄຂບັນຫາແລະຄວາມຂັດແຍ່ງ ໂດຍສັນຕິວິທີອາຊ່ຽນຈຶ່ງໄດ້ຈັດທໍາແຜນງານການຈັດຕັ້ງປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາຊ່ຽນ (ASEAN Politcal-Security Community Blueprint) ໂດຍເນັ້ນໃນ 3 ປະການຄຶ:
- ການມີກົດເກນແລະຄ່ານິຍົມຮ່ວມກັນ ຄວບຄຸມຖິງກິດຈະການຕ່າງ ທີ່ຈະຮ່ວມກັນທໍາເພື່ອສ້າງຄວາມເຂ້າໃຈໃນລະບົບສັງຄົມວັດທະນາທຳ ແລະ ປະຕິເສດທີ່ແຕກຕ່າງຂອງປະເທດສະມາຊິກສົ່ງເສີມພັດທະນາການທາງການເມືອງໄປໃນທິດທາງດຽວກັນເຊັ່ນ: ຫຼັກການປະຊາທິປະໄຕ ການສົ່ງເສີມ ແລະ ຄຸ້ມຄອງສິດທິມະນຸດ ການສະໜັບສະໜູນການມີສ່ວນຮ່ວມພາກປະຊາສັງຄົມ ການສົ່ງເສີມຫຼັກນິຕິກຳເປັນຕົ້ນ.
-  ສົ່ງເສີມຄວາມສະງົບສຸກ ແລະ ຮັບຜິດຊອບຮ່ວມກັນໃນການຮັກສາຄວາມໝັ້ນຄົງສຳຫຼັບປະຊາຊົນທີ່ຄວບຄຸມໃນທຸກດ້ານຄວບຄຸມການຮ່ວມມືເພື່ອເສີມສ້າງຄວາມໝັ້ນຄົງໃນຮູບແບບເດີມ ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການລະວັງຂໍ້ຜິດພາດ ໂດຍສັນຕິເພື່ອປ້ອງກັນສົງຄາມ ແລະ ໃຫ້ປະເທດສະມາຊິກອາຊ່ຽນຢູ່ດ້ອຍກັນ ໂດຍສະງົບສຸກ ແລະ ບໍ່ມີຄວາມຫວາດລະແວງ ແລະ ຂະຫຍາຍຄວາມຮ່ວມມືເພື່ອຕໍ່ຕ້ານໄພຄຸກຄາມຮູບແບບໃໝ່ເຊັ່ນ: ການຕໍ່ຕ້ານການກໍ່ການຮ້າຍ ອັດຊະຍາກໍາຂ້າມຊາດຕ່າງໆເຊັ່ນ: ຍາເສບຕິດ, ການຄ້າມະນຸດ ຕະຫຼອດຈົນການຕຽມຄວາມພ້ອມເພື່ອປ້ອງກັນ ແລະ ຈັດການໄພພິບັດ ແລະໄພທໍາມະຊາດ.
- ການມີຄວາມສໍາພັນກັບໂລກພາຍນອກ ເພື່ອເສີມສ້າງບົດບາດຂອງອາຊ່ຽນໃນຄວາມຮ່ວມມືລະດັບພູມມີພາກເຊັ່ນ: ກອບອາຊ່ຽນ+3ກັບຈີນ, ຍີ່ປຸ່ນ, ເກົາຫລີໃຕ້ ແລະການປະຊຸມສຸດຍອດອາຊ່ຽນຕາເວັນອອກຕະຫຼອດຈົນຄວາມສໍາພັນທີ່ເຂັ້ມແຂງກັບມິດປະເທດ ແລະ ອົງການລະຫວ່າງປະເທດເຊັ່ນ: ສະຫະປະຊາຊາດ.

2.ປະຄົມເສດຖະກິດອາຊ່ຽນ.
   ມີວັດຖຸປະສົງເພື່ອທໍາໃຫ້ອາຊ່ຽນມີຕະຫລາດ ແລະ ບ່ອນການຜະລິດດຽວກັນ ແລະ ມີການເຄື່ອນຍ້າຍສິນຄ້າ, ບໍລິການ, ການລົງທຶນ, ເງິນທຶນ ແລະ ແຮງງານມີສີມືຢ່າງເສລີ ອາຊ່ຽນໄດ້ແຜນງານການຈັດຕັ້ງປະຊາຄົມເສດຖະກິດອາຊ່ຽນ (ASEAN Economic Community Blueprint) ເຊື່ງເປັນແຜນງານບູລະນະການດໍາເນີນງານໃນດ້ານເສດຖະກິດເພື່ອໃຫ້ບັນລຸວັດຖຸປະສົງ 4 ດ້ານຄື:
   - ການເປັນຕະຫລາດ ແລະ ບ່ອນການພະລິດດຽວ (Single market and proution base) ໂດຍຈະມີການເຄື່ອນຍ້າຍສິນຄ້າບໍລິການ, ການລົງທຶນ ແລະ ແຮງງານມີສີມືຢ່າງເສລີ ແລະ ການເຄື່ອນຍ້າຍເງິນທຶນຢ່າງເສລີຫລາຍຂື້ນ.
   - ການສ້າງຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງອາຊ່ຽນໂດຍໃຫ້ຄວາມສຳຄັນກັບປະເດັນນະໂຍບາຍທີ່ຈະຊ່ວຍສົ່ງເສີມການຮ່ວມກຸ່ມທາງເສດຖະກິດເຊັ່ນ: ນະໂຍບາຍການແຂ່ງຂັນ ການຄຸ້ມຄອງຜູ້ບໍລິໂພກ ສິດທິຊັບສິນທາງປັນຍາ ນະໂຍບາຍພາສີ ແລະ ການພັດທະນາໂຄງສ້າງພື້ນຖານ (ການເງິນ, ການຂົນສົ່ງເຕັກໂນໂລຊີ ແລະ ພະລັງງານ)
   - ການພັດທະນາເສດຖະກິດສະເໝີພາກໃຫ້ມີການພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ແລະ ການເສີມສ້າງຂີດຄວາມສາມາດຜ່ານໂຄງການຕ່າງໆ.
   - ການບູລະນະການເຂົ້າກັບເສດຖະກິດໂລກ ເນັ້ນການປັບປະສານນະໂຍບາຍເສດຖະກິດຂອງອາຊ່ຽນກັບປະເທດພາຍນອກພູມມີພາກເພື່ອໃຫ້ອາຊ່ຽນມີທ່າທີຮ່ວມກັນຢ່າງຊັດເຈນ.

3. ປະຊາຄົມສັງຄົມ ແລະ ວັດທະນາທໍາອາຊ່ຽນ.
    ອາຊ່ຽນໄດ້ຕັ້ງເປົ້າເປັນປະຊາຄົມສັງຄົມ ແລະ ວັດທະນາທຳອາຊ່ຽນໃນປີ 2558 ໂດຍມຸ່ງຫັວງເປັນປະຊາຄົມທີ່ມີປະຊາຊົນເປັນສູນກາງ ມີສັງຄົມທີ່ເອື້ອອາທອນ ແລະ ແບ່ງປັນປະຊາກອນອາຊ່ຽນມີສະພາບຄວາມເປັນຢູ່ທີ່ດີ ແລະ ມີການພັດທະນາໃນທຸກດ້ານເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນສົ່ງເສີມການໃຊ້ຊັບພະຍາກອນທຳມະຊາດຢ່າງຢັ້ງຢືນ ຮ່ວມທັງສົ່ງເສີມເອກະລັກອາຊ່ຽນ (ASEAN lbentity)
ເພື່ອຍອມຮັບການເປັນປະຊາຄົມສັງຄົມ ແລະ ວັດທະນາທຳອາຊ່ຽນ ໂດຍໄດ້ເຮັດແຜນງານການຈັດຕັ້ງປະຊາຄົມສັງຄົມ ແລະວັດທະນາທຳອາຊ່ຽນ (ASEAN Socio-Cultural Community Blueprint)ເຊິ່ງປະກອບດ້ວຍຄວາມຮ່ວມມືໃນ 6 ດ້ານຄື:

  1. ການພັດທະນາຊັບພະຍາກອນມະນຸດ.
  2. ການຄຸ້ມຄອງ ແລະ ສະວັດດີການສັງຄົມ.
  3. ສິດທິ ແລະ ຄວາມຍຸດຕິທໍາທາງສັງຄົມ.
  4. ຄວາມຢັ້ງຢືນດ້ານສິ່ງແວດລ້ອມ.
  5. ການສ້າງເອກະລັກອາຊ່ຽນ.
  6. ການຫຼຸດຊ່ອງວ່າງທາງການພັດທະນາ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment