ເລຂາທິການອາຊ່ຽນ

    ເລຂາທິການອາຊ່ຽນ (Secretary General of ASEAN) ຊື່ເຕັມຂອງຕຳແໜ່ງແມ່ນ ເລຂາທິການໃຫຍ່ແຫ່ງປະຊາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ເປັນຫົວໜ້າສຳໜັກເລຂາທິການອາຊ່ຽນ (ASEAN Secretariat) ເຊິ່ງຕັ້ງຢູ່ ຈາກາຕ່າ ປະເທດອິນໂດເນເຊຍ.
    ໜ້າທີ່ຂອງເລຂາທິການອາຊ່ຽນແມ່ນ ບໍລິຫານວຽກງານອາຊ່ຽນໂດຍລວມ ອຳນວຍຄວາມສະດວກ ແລະ ດູແລຄວາມຄືບໜ້າໃນການດຳເນີນງານຕາມຄວາມຕົກລົງ ແລະ ຕັດສິນໃຈຂອງອາຊ່ຽນ ເຮັດລາຍງານປະຈຳປີກ່ຽວກັບວຽກ ແລະ ຂໍ້ຄິດເຫັນຂອງອາຊ່ຽນ ເຂົ້າຮ່ວມກອງປະຊຸມກັບປະເທດຄູ່ເຈລະຈາຕາມແນວທາງນະໂຍບາຍທີ່ເຫັນພ້ອມ ແລະ ຕາມອຳນາດໜ້າທີ່ທີ່ໄດ້ມອບໝາຍ ແລະ ເປັນຜູ້ແທນຂອງອາຊ່ຽນ ໃນເວທີລະຫວ່າງປະເທດ ລວມເຖິງໜ້າທີ່ອື່ນໆທີ່ໄດ້ກຳນົດໄວ້ໃນກົດບັດອາຊ່ຽນ.
    ເລຂາທິການອາຊ່ຽນໄດ້ຮັບການແຕ່ງຕັ້ງຈາກ ກອງປະຊຸມສຸດຍອດຜູ້ນຳອາຊ່ຽນ (ASEAN Summit) ຈາກການສະເໜີຊື່ຂອງປະເທດທີ່ມີສິດໃນການສະເໜີຊື່ຜູ້ສະໝັກ ໃຊ້ຫຼັກການວຽນຕາມຕົວອັັກສອນ ພາສາອັງກິດ.
    ເລຂາທິການອາຊ່ຽນມີໄລຍະເວລາ ດຳລົງຕຳໜ່ງ 5 ປີ ໂດຍສາມາດດຳລົງຕຳແໜ່ງໄດ້ພຽງ 1 ສະໄໝເທົ່ານັ້ນ ໃນປັດຈຸບັນ ເລຂາທິການອາຊ່ຽນຄົນປັດຈຸບັນແມ່ນ ທ່ານ ເລ ເລືອງ ມິນ (Le Luong Minh) ຈາກປະເທດຫວຽດນາມ ເຂົ້າຮັບຕຳແໜ່ງເມື່ອວັນທີ່ 1 ມັງກອນ 2013 ແລະ ຈະສິ້ນສຸດຕຳແໜ່ງໃນວັນທີ່ 31 ທັນວາ 2017.



    ລາຍຊື່ເລຂາທິການອາຊ່ຽນ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ:
1. H.R. Dharsono
ຈາກປະເທດ - ອິນໂດເນເຊຍ.
ເລີ່ມດຳລົງຕຳແໜ່ງ – ມິຖຸນາ  1976
ສິ້ນສຸດການດຳລົງຕຳແໜ່ງ – 18 ກຸມພາ 1978

2. Umarjadi Notowijono
ຈາກປະເທດປະເທດ - ອິນໂດເນເຊຍ
ເລີ່ມດຳລົງຕຳແໜ່ງ – 19 ກຸມພາ 1978
ສິ້ນສຸດການດຳລົງຕຳແໜ່ງ – 30 ມິຖຸນາ 1978

3. Datuk Alibin Abdullah
ຈາກປະເທດປະເທດ - ມາເລເຊຍ
ເລີ່ມດຳລົງຕຳແໜ່ງ – 10 ກໍລະກົດ 1978
ສິ້ນສຸດການດຳລົງຕຳແໜ່ງ – 30 ມິຖຸນາ 1980

4. Narciso G. Reyes
ຈາກປະເທດ - ຟິລິບປິນ
ເລີ່ມດຳລົງຕຳແໜ່ງ – 1 ກໍລະກົດ 1980
ສິ້ນສຸດການດຳລົງຕຳແໜ່ງ – 1 ກໍລະກົດ 1982

5. Chan Kai Yau
ຈາກປະເທດ - ສິງກະໂປ
ເລີ່ມດຳລົງຕຳແໜ່ງ – 18 ກໍລະກົດ 1982
ສິ້ນສຸດການດຳລົງຕຳແໜ່ງ – 15 ກໍລະກົດ 19284

6. Phan Wannamethee
ຈາກປະເທດ - ໄທ
ເລີ່ມດຳລົງຕຳແໜ່ງ – 16 ກໍລະກົດ 1984
ສິ້ນສຸດການດຳລົງຕຳແໜ່ງ – 15 ກໍລະກົດ 1986

7. Roderic Yong
ຈາກປະເທດ - ບູໄນ
ເລີ່ມດຳລົງຕຳແໜ່ງ – 16 ກໍລະກົດ 1986
ສິ້ນສຸດການດຳລົງຕຳແໜ່ງ – 16 ກໍລະກົດ 1989

9. Dato Ajit Singh
ຈາກປະເທດມາເລເຊຍ
ເລີ່ມດຳລົງຕຳແໜ່ງ – 1 ມັງກອນ 1993
ສິ້ນສຸດການດຳລົງຕຳແໜ່ງ – 31 ທັນວາ 1997

10. Rodolfo C. Severino Jr.
ຈາກປະເທດ - ຟິລິບປິນ
ເລີ່ມດຳລົງຕຳແໜ່ງ – 1 ມັງກອນ 1998
ສິ້ນສຸດການດຳລົງຕຳແໜ່ງ – 31 ທັນວາ 2002

11. Ong Keng Yong
ຈາກປະເທດ - ສິງກະໂປ
ເລີ່ມດຳລົງຕຳແໜ່ງ – 1 ມັງກອນ 2003
ສິ້ນສຸດການດຳລົງຕຳແໜ່ງ – 31 ທັນວາ 2007

12. Surin Pitsuwan
ຈາກປະເທດ - ໄທ
ເລີ່ມດຳລົງຕຳແໜ່ງ – 1 ມັງກອນ 2008
ສິ້ນສຸດການດຳລົງຕຳແໜ່ງ – 31 ທັນວາ 2012


13. Le Luong Minh
ຈາກປະເທດ - ຫວຽດນາມ
ເລີ່ມດຳລົງຕຳແໜ່ງ – 1 ມັງກອນ 2013
ສິ້ນສຸດການດຳລົງຕຳແໜ່ງ – 31 ທັນວາ 2017

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment