ຊຸດປະຈຳຊາດອາຊ່ຽນ

ການແຕ່ງກາຍຂອງ ບລູໄນ.
    ຊຸດຂອງຜູ້ຊາຍເອີ້ນວ່າ ບາຈູ ມະລາຍູ (Baju Melayu) ສ່ວນຊຸດຂອງຜູ້ຍິງເອີ້ນວ່າ ບາຈູດກູລັງ (Baja Kurung) ຄ້າຍຄືກັບຊຸດປະຈໍາຊາດຂອງມາເລເຊຍ ຜູ້ຍິງບລູໄນຈະແຕ່ງກາຍດ້ວຍເສື້ອຜ້າທີ່ມີສີສັນສົດໃສໂດຍສ່ວນໃຫຍ່ຈະເປັນເສື້ອຜ້າທີ່ຄຸມກາຍແຕ່ຫົວຮອດຕີນ, ສ່ວນຜູ້ຊາຍຈະແຕ່ງກາຍດ້ວຍເສື້ອແຂນຍາວ ເສື້ອຍາວຮອດຫົວເຂົ່າ ນຸ້ງໂສ້ງຂາຍາວ.
ການແຕ່ງກາຍຂອງກຳປູເຈ່ຍ.
    ຊຳປ໋ອດ (Sampot) ເປັນເຄື່ອງແຕ່ງກາຍປະຈໍຳຊາດຂອງກໍາປູເຈ່ຍ ສໍາລັບຊຸດຜູ້ຍິງ ມີຄວາມຄ້າຍຄືກັບຜ້ານຸ້ງຂອງປະເທດລາວ ແລະ ໄທ ມີຫຼາຍຮູບແບບ ສຳລັບຜູ້ຊາຍນັ້ນມັກນຸ້ງເສື້ອທີ່ເຮັດຈາກຜ້າໄໝ ຫຼື ຜ້າຝ້າຍທັງແຂນສັ້ນ ແລະ ແຂນຍາວ ພ້ອມທັງໃສ່ໂສ້ງຂາຍາວ.
ການແຕ່ງກາຍຂອງອິນໂດເນເຊຍ.
    ເຄບາຍ່າ (Kebaya) ເປັນຊຸດປະຈຳຊາດຂອງປະເທດອິນໂດເນເຊຍ ສໍາລັບຜູ້ຍິງ ມີລັກສະນະເປັນເສື້ອແຂນຍາວຜ່າໜ້າ ຫັດກະດຸມ ຕົວເສື້ອມີລັກສະນະສີສັນສົດໃສ ປັກເປັນລາຍລູກໄມ້ ສ່ວນຜ້າຖົງເປັນແບບບາຕິກສຳລັບການແຕ່ງຂອງຜູ້ຊາຍຈະມັກໃສ່ເສື້ອແບບບາຕິກ ແລະ ນຸ້ງໂສ້ງຂາຍາວ ແລະ ນຸ້ງໂສ້ງເມື່ອຢູ່ເຮືອນ.
ການແຕ່ງກາຍຂອງລາວ.
    ຜູ້ຍິງລາວຈະນຸ້ງສິ້ນແລະເສື້ອແຂນຍາວແພໄໝ ສໍາລັບຜູ້ຊາຍມັກແຕ່ງກາຍແບບສາກົນ ຫຼື ນຸ້ງເສື້ອກະດຸມຈັບເມັດຄ້າຍຄືກັບຊຸດຂອງໄທ.
ການແຕ່ງກາຍຂອງມາເລເຊຍ.
    ສໍາລັບຊຸດຂອງຜູ້ຊາຍເອີ້ນວ່າ ບາຈູ ມະລາຍູ (Beju Melayu) ປະກອບດ້ວຍເສື້ອແຂນຍາວ ແລະ ໂສ້ງຂາຍາວທີ່ເຮັດຈາກຜ້າໄໝ ຜ້າຝ້າຍ ສ່ວນຊຸດຂອງຜູ້ຍິງ ເອີ້ນວ່າ ບາຈູກູລຸງ (Baja Kurung) ປະກອບດ້ວຍເສື້ອຄຸມແຂນຍາວ ແລະ ກະໂປ່ງຍາວ.
ການແຕ່ງກາຍຂອງຟິລິບປິນ.
    ຜູ້ຊາຍຈະໃສ່ເສື້ອແຂນຍາວ ແລະ ໃສ່ເສື້ອທີ່ເອີ້ນວ່າ ບາລອງຕາກາລ໋ອກ ເຊິ່ງຕັດຍິບດ້ວຍຜ້າໃຍ ມີບ່າ ຄໍຕັ້ງ ແຂນຍາວ ປາຍແຂນເສື້ອທີ່ຂໍ້ມືປັກດ້ວຍລວດລາຍ ສ່ວນຜູ້ຍິງນຸ້ງກະໂປ່ງຍາວ ໃສ່ເສື້ອແຂນສັ້ນ ຈັບຍິບຍົກຕັ້ງຂຶ້ນເທິງບ່າ ເອີ້ນວ່າ ບາລິນຕາວັກ.
ການແຕ່ງກາຍຂອງສິງກະໂປ.
    ສິງກະໂປມີຊຸດປະຈໍາຊາດເປັນຂອງຕົນເອງ ເນື່ອງຈາກປະເທດສິງກະໂປແບ່ງອອກເປັນ 4 ເຊື້ອຊາດຫຼັກ ໄດ້ແກ່ ຈີນ,  ມາເລເຊຍ, ອິນເດຍ ແລະ ຍູໂຣບ ເຊິ່ງແຕ່ລະເຊຶ້ອຊາດກໍມີຊຸດປະຈຳຊາດຂອງຕົນເອງເຊັ່ນ: ຜູ້ຍິງມາລາຍູໃນສິງກະໂປ ຈະໃສ່ຊຸດເກບາຍ່າ (kebaya)  ເສື້ອຈະມີສີສັນສົດໃສ ປັກເປັນລາຍລູກໄມ້ ຫາກເປັນຊາວຈີນ ກໍຈະໃສ່ເສື້ອແຂນຍາວ ຄໍຈີນ ເສື້ອຜ້າຊ້ວນກະດຸມ ໂສ້ງຂາຍາວ ໂດຍໃຊ້ຜ້າລຽບ ຫຼື ຜ້າແພຈີນກໍໄດ້.
ການແຕ່ງກາຍຂອງໄທ.
    ສໍາລັບຊຸດຂອງຜູ້ຍິິງແມ່ນຊຸດໄທຈັກຣີ ເປັນຊຸດໄທທີ່ປະກອບດ້ວຍຜ້າສະໃບ ມີຜ້າຍົກທັງໂຕມີ ຈີບຍົກຂ້າງໜ້າ ມີເຂັ້ມຂັດໄທຄາດ ສ່ວນເທິງເປັນສະໃບ ຈະຍິບໃຫ້ຕິດກັບສິ້ນເປັນທ່ອນດຽວກັນ ຫຼື ຈະມີຜ້າສະໃບຫຸ້ມຕາງຫາກກໍໄດ້ ເປິດບ່າຂ້າງໜຶ່ງ ສາຍສະໃບຄຸມບ່າ ປ່ອຍສາຍດ້ານຫຼັັງຍາວຕາມສົມຄວນ ຈະສວຍງາມຢູ່ທີ່ເນື້ອຜ້າການຍິບ ແລະ ຮູບຊົງຂອງຜຸ້ທີ່ໃສ່ເຄື່ອງປະດັບໄດ້ງົດງາມ ສົມໂອກາດໃນເວລາຄໍ່າຄືນ ສຳລັບຜູ້ຊາຍໃສ່ເສື້ອພະລາດສະທານ.
ການແຕ່ງກາຍຂອງຫວຽດນາມ.
   ອ່າວຫຍ່າຍ ເປັນຊຸດປະຈໍາຊາດຂອງປະເທດຫວຽດນາມທີ່ປະກອບປະດ້ວຍຊຸດຜ້າໄໝທີ່ພໍດີໂຕ ກັບໂສ້ງຂາຍາວເຊິ່ງເປັນຊຸດທີ່ມັກໃສ່ໃນງານແຕ່ງງານ ແລະ ພິທີການສຳຄັນຂອງປະເທດ ໃນປັດຈຸບັນເປັນຊຸດທີ່ໄດ້ຮັບຄວາມນິຍົມຈາກຜູ້ຍິງຫວຽດນາມ ສ່ວນຜູ້ຊາຍຫວຽດນາມຈະໃສ່ຊຸດອ່າຫຍ່າຍໃນພິທີແຕ່ງງານ ຫຼື ງານສົບ.
ການແຕ່ງກາຍຂອງມຽນມ່າ.
    ລອງຍີ່ ເປັນຊຸດປະຈໍາຊາດຂອງປະເທດມຽນມ່າ ໂດຍມີການອອກແບບໃນຮູບຊົງສວຍງາມ ມີຄວາມຍາວຈາກແອວເຖິງຕີນ ການໃສ່ໃຊ້ວິທີການມັດຜ້າເຂົ້າກັນໂດຍບໍ່ມັດ ຫຼື ພັບຂຶ້ນມາເຖິງຫົວເຂົ່າເພື່ອຄວາມສະດວກໃນການນຸ້ງ.

ຂອບໃຈຂໍ້ມູນຈາກເວັບໄຊທ໌ kullanit.wordpress.com

No comments:

Post a Comment