ອາຊ່ຽນ 10 ປະເທດ

          ອາຊ່ຽນ (ASEAN, Association of South East Asian Nations) ຫຼື ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ ຖືກຕັ້ງຂື້ນຕາມປະຕິຍາກຸງເທບ (Bangkok Declaration) ເມື່ອວັນທີ່ 8 ສິງຫາ 1967 ໂດຍມີປະເທດອາຊ່ຽນທີ່ເປັນສະມາຊິກເລີ່ມຕົ້ນຈຳນວນ 5 ປະເທດຄື: ໄທ, ສິງກະໂປ, ມາເລເຊຍ ແລະ ຟີລິບປິນຕໍ່ມາຈຶ່ງມີປະເທດຂໍເຂົ້າຮ່ວມເປັນສະມາຊິກເພີ່ມອີກ 5 ປະເທດຄື: ບຣູໄນ, ຫວຽດນາມ, ລາວ, ມຽນມາ ແລະ ກຳປູເຈຍຕາມລຳດັບ ເຮັດໃຫ້ປະເທດອາຊ່ຽນມີທັງໝົດ 10 ປະເທດໃນປັດຈຸບັນ.
ທຸງອາຊ່ຽນ - ທຸງທີ່ປະເທດອາຊ່ຽນທັງໝົດຊ່ວຍກັນອອກແບບ

ອາຊ່ຽນ 10 ປະເທດ
    ກຸ່ມຊາດສະມາຊິກອາຊ່ຽນທັງ 10 ປະເທດລຽງຕາມຕົວອັກສອນ ມີດັ່ງນີ້:
1. ປະເທດບລູໄນ (Brunei)
    ປະເທດບຣູໄນເຂົ້າຮ່ວມເປັນສະມາຊິກອາຊ່ຽນເປັນປະເທດທີ່ 6 ເມື່ອວັນທີ່ 8 ມັງກອນ 1984 ພາຍຫຼັງໄດ້ຮັບເອກະລາດຈາກປະເທດອັງກິດ.


    ຂໍ້ມູນທົ່ວໄປຂອງປະເທດບຣູໄນ
ຊື່ພາສາອັງກິດ : Negara Brunei Darussalam
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້  (ASEAN)
ເມືອງຫຼວງ : ບັນດາເສລີເບກາວັນ (Bandar Ser Begawan)
ພາສາລາສະການ : ພາສາມາເລ (Malay)
ສະກຸນເງິນ : ບູຣໄນ (Brunei dollar, BND)
ເນື້ອທີ່ : 2,226  (5,765ຕາລາງກິໂລແມັດ)
ຈໍານວນປະຊາກອນ : 415,717 ຄົນ
ການປົກຄອງ : ລະບອບສົມບູນສິດທິລາຊາ
Time Zone : UTC+8
GDP : 21,907 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 50,440 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +673

2. ປະເທດກຳປູເຈ່ຍ (Cambodia)
    ປະເທດກໍາປູເຈຍເຂົ້າຮວ່ມເປັນສາມາຊິກກຸ່ມອາຊ່ຽນເປັນລໍາດັບສຸດທ້າຍຄື: ລໍາດັບທີ່ 10 ທັ້ງໆທີ່ຢືນຄວາມຈໍານົງເຂົ້າມາພ້ອມກັບລາວ ແລະ ພະມາ (ລໍາດັບທີ່ 8 ແລະ 9)ແຕ່ເນື່ອງຈາກຄວາມບໍ່ສະງົບພາຍໃນປະເທດ ຈື່ງຕ້ອງມີການເລື່ອນການພິຈາລະນາອອກໄປ ຈົນເມື່ອເຫດການສະງົບແລ້ວ ກຸ່ມອາຊ່ຽນຈື່ງຮັບກໍາປູເຈຍເຂົ້າເປັນສາມາຊິກຢ່າງເປັນທາງການເມື່ອວັນທີ່ 30 ເມສາ 1999


    ຂໍ້ມູນທົ່ວໄປຂອງປະເທດກໍາປູເຈຍ.
ຊື່ພາສາອັງກິດ : Kingdom of Cambodia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ພະນົມເປັນ (Phnom Penh)
ພາສາລາຊະການ : ພາສາຂະເໝມ
ສະກຸນເງິນ : ກໍາປູຊາ (Riela, KHR)
ເນື້ອທີ່ : 69,898 ຕາລາງ  (181,035 ຕາລາງກິໂລແມັດ)
ຈໍານວນປະຊາກອນ : 15,205,539 ຄົນ
ການປົກຄອງ : ລະບອບປະຊາທິປະໄຕ
Time Zone : UTC+7
GDP : 17,250 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 1,108 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ  (IDC) : +855

3. ປະເທດອິນໂດເນເຊຍ (Indonesia)
    ປະເທດອິນໂດເນເຊຍຖືວ່າເປັນປະເທດຜູ້ຮ່ວມກໍ່ຕັ້ງອາຊ່ຽນຮວ່ມກັບອີກ 4 ປະເທດຄື:  ໄທ, ສິງປະໂປ, ມາເລເຊຍ ແລະ ຟິລິບປີນ ໂດຍເຂົ້າຮວ່ມເປັນສາມາຊິກຕັ້ງແຕ່ເລີ່ມຕົ້ນ ເມື່ອວັນທີ່ 8 ສິງຫາ 1967 ພາຍຫຼັງການລົງນາມໃນປະຕິຍາກຸງເທບ.


    ຂໍ້ມູນຂອງປະເທດອິນໂດເນເຊຍ
ຊື່ພາສາອັງກິດ: Republic of Indonesia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ຈາກາຕ້າ (Jakarta)
ພາສາລາຊະການ : ພາສາອິນໂດເນເຊຍ (Indonesian)
ສະກຸນເງິນ : ຣູເປຍ (Rupiah, IDR)
ເນື້ອທີ່ : 735,358 ຕາລາງ (1,904,569 ຕາລາງກິໂລແມັດ)
ຈໍານວນປະຊາກອນ : 253,603,649 ຄົນ
ການປົກຄອງ : ປະຊາທິປະໄຕ
Time Zone : UTC+7 ເຖິງ +9
GDP : 2.388 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 9,559 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ  (IDC) : +62

4. ປະເທດລາວ (Laos, PDR)
    ປະເທດ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງງອາຊ່ຽນເປັນລຳດັບທີ່ 8 ເມື່ອວັນທີ່ 23 ກໍລະກົດ 1997 ໂດຍເຂົ້າເປັນປະເທດອາຊ່ຽນພ້ອມກັບມຽນມາ ລາວນັບໄດ້ວ່າເປັນປະເທດໃນກຸ່ມອາຊ່ຽນປະເທດ ດຽວທີ່ບໍ່ມີທາງອອກທະເລ ແຕ່ເປັນປະເທດທີ່ມີຊັບພະຍາກອນທຳມະຊາດຫຼາກຫຼາຍ ແລະ ໃຊ້ແມ່ນ້ໍາຂອງ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງ ແລະ ສຳຫຼັບການສ້າງເຂື່ອນເພື່ອຜະລິດກະແສໄຟຟ້າເພື່ອ ໃຊ້ໃນປະເທດ ແລະ ສົ່ງຂາຍໃຫ້ກັບປະເທດເພືອນບ້ານ.


    ຂໍ້ມູນທົ່ວໄປຂອງປະເທດລາວ
ຊື່ພາສາອັງກິດ : Lao Peoples Democratic Republic
ທີ່ຕັ້ງ : ພູມພາກອາຊີຕາເວັນອອກສ່ຽງໃຕ້  (ASEAN)
ເມືອງຫຼວງ : ວຽງຈັນ
ພາສາລາຊະການ : ພາສາລາວ (Lao)
ສະກຸນເງິນ : ກີບ (Kip, LAK)
ເນື້ອທີ່ : 91,429 ຕາລາງ (236,800 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 6,695,166 ຄົນ
ການປົກຄອງ : ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ບໍລິຫານສູງສຸດ
Time Zone : UTC+7
GDP : 20,780 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາຊົນ : 3,100 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +856

5. ປະເທດມາເລເຊຍ (Malaysia)
    ປະເທດມາເລເຊຍເປັນສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມື່ອວັນທີ່  8 ສິງຫາ 1967


    ຂໍ້ມູນທົ່ວໄປຂອງປະເທດມາເລເຊຍ.
ຊື່ພາສາອັງກິດ : Malaysia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້  (ASEAN)
ເມືອງຫຼວງ : ກົວລາລຳເປີ (Kuala Lumpur, KL)
ພາສາລາຊະການ : ພາສາມາເລ (Malaysian Malay)
ສະກຸນເງິນ : ລິງກຣິດ (Ringgit, MYR)
ເນື້ອທີ່ : 127,355 ຕາລາງ (329,847 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 30,000,000 ຄົນ
ການປົກຄອງ : ລະບອບປະຊາທິປະໄຕ
 Time Zone : UTC+8
GDP : 555,912 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 18,509 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +60

6. ປະເທດມຽນມາ  (Myanmar)
    ປະເທດມຽນມາເຂົ້າຮ່ວມເປັນສະມາຊິກຂອງອາຊ່ຽນເປັນລຳດັບທີ່ 9 ເມື່ອວັນທີ່  23 ກໍລະກົດ 1997 (ວັນດຽວກັບປະເທດລາວ).

    ຂໍ້ມູນທົ່ວໄປຂອງປະເທດມຽນມາ
ຊື່ພາສາອັງກິດ : Republic of the Union of Myanmar
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ເນປີດໍ(Naypyidaw)
ພາສາລາຊະການ : ພາສາມຽນມາ (Burmese)
ສະກຸນເງິນ : ຈ໊າດ (Kyat, MMK)
ເນື້ອທີ່ : 261,227 ຕາລາງ (676,578 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 51,419,420 ຄົນ
ການປົກຄອງ : ລະບອບປະຊາທິປະໄຕແບບລັດສະພາ ມີປະຊານາທິບໍດີເປັນປະມຸກ
Time Zone : UTC+6:30
GDP : 111,120 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 1,711 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +95

7. ປະເທດຟິບລິບປິນ (Philippines)
    ປະເທດຟີລິບປິນກໍເປັນອີກໜື່ງສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມື່ອວັນທີ່  8 ສິງຫາ 1967


    ຂໍ້ມູນທົ່ວໄປຂອງປະເທດຟີລິບປີນ.
ຊື່ພາສາອັງກິດ : Republic of the Philippines
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້  (ASEAN)
ເມືອງຫຼວງ : ມະນິລາ (Manila)
ພາສາລາຊະການ : ພາສາຕາກາລ໊ອກ ແລະ ພາສາອັງກິດ (Filipino/English)
ສະກຸນເງິນ : ເປໂຊ (Peso, PHP)
ເນື້ອທີ່ : 115,120 ຕາລາງ (298,170 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 92,337,852 ຄົນ
ການປົກຄອງ : ປະຊາທິປະໄຕແບບລັດສະພາ ມີປະຊານາທິບໍດີເປັນປະມຸກ
Time Zone : UTC+8
GDP : 456,418 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 4,682 ໂດຣາສະຫະລັດ
ລະຫັດໂທລະສັບ (IDC) : +63

8. ປະເທດສິງກະໂປ (Singapore)
    ປະເທດສິງກະໂປ ເຂົ້າຮ່ວມເປັນສະມາຊິກອາຊ່ຽນໃນຖານະຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມືອວັນທີ່ 8 ສິງຫາ 1967.

    ຂໍ້ມູນທົ່ວໄປຂອງປະເທດສິງກະໂປ.
ຊື່ພາສາອັງກິດ : Republic of Singapore
ທີ່ຕັ້ງ : ພູມມີພາກຕາເວັນອອກສ່ຽງໃຕ້ (ASEAN)
ເມທືອງຫຼວງ : ສິງກະໂປ
ພາສາລາຊະການ : ພາສາອັງກິດ ແລະ ພາສາຈີນກາງ (English/Mandarin
ສະກຸນເງິນ : ໂດຣາສິງກະໂປ (Singapore Dollar, SGD)
ເນື້ອທີ່ : 276 ຕາລາງ (716 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 5,399,200 ຄົນ
ການປົກຄອງ :ລະບອບປະຊາທິປະໄຕແບບລັດສະພາ
Time Zone : UTC+8
GDP : 348,700 ລ້າໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 64,584 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +65

9. ປະເທດໄທ (Thailand)
    ປະເທດໄທ ນອກຈາກຈະເປັນສະມາຊິກອາຊ່ຽນ 5 ຊາດ ແລະ ເປັນຜູ້ຮ່ວມກໍ່ຕັ້ງອາຊ່ຽນແລ້ວ ຍັງເປັນເຈົ້າ ພາບໃນການລົງນາມເພື່ອສ້າງຂໍ້ຕົກລົງໃນການສ້າງກຸ່ມອາຊ່ຽນຂື້ນມາດ້ວຍ ໂດຍການລັງນາມນີ້ເອີ້ນວ່າ: ປະຕິຍາກຸງເທບ (Bangkok Declaration) ເຊິ່ງລົງນາມກັນເມື່ອວັນທີ່  8 ສິງຫາ 1967 ທີ່ພະລາຊະວັງສະລາບູມ ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະມາຊິກກໍ່ຕັ້ງ 5 ປະເທດ ດັ່ງນັ້ນຈຶ່ງສາມາດໄດ້ວ່າກຸງເທບຄືບ້ານເກີດຂອງອາຊ່ຽນ.


    ຂໍ້ມູນທົ່ວໄທຂອງປະເທດໄທ
ຊື່ພາສາອັງກິດ : The Kingdom of Thailand
ທີ່ຕັ້ງ : ພູມມີພາກຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ກຸງເທບມະຫານະຄອນ (Bangkok)
ພາສາລາຊະການ : ພາສາໄທ (Thai)
ສະກຸນເງິນ : ບາດ (Thai Baht, THB)
ເນື້ອທີ່ : 198,115 ຕາລາງ (513,115 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 64,785,909 ຄົນ
ການປົກຄອງ : ລະບອບປະຊາທິປະໄຕແບບລັດສະພາ
Time Zone : UTC+7
GDP : 673,725 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 9,874 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +66

10. ປະເທດຫວຽດນາມ (Vietnam)
     ປະເທດຫວຽດນາມເຂົ້າຮ່ວມເປັນສະມາຊິກອາຊ່ຽນເປັນລຳດັບທີ່ 7 ເມື່ອວັນທີ່ 28 ກໍລະກົດ 1995.

     ຂໍ້ມູນທົ່ວໄປຂອງປະເທດຫວຽດນາມ
ຊື່ພາສາອັງກິດ : Socialist Republic of Vietnam
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ຮ່າໂນ້ຍ (Ha Noi)
ພາສາລາຊະການ : ພາສາຫວຽດນາມ (Vietnamese)
ສະກຸນເງິນ : ດົ່ງ (Dong, VND)
ເນື້ອທີ່ : 128,565 ຕາລາງ (331,210 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 89,693,000 ຄົນ
ການປົກຄອງ : ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ປົກຄອງສູງສຸດ
Time Zone : UTC+7
GDP : 358,889 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 4,001 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +84

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

3 comments:

  1. ມີພາສາໄທຍມາແຖວຫນື່ງ ບອກໄວ້ເພື່ອວ່າບໍ່ເຫັນ "รายได้ต่อหัวประชากร :"
    ກັບຂໍ້ມູນຂອງປະເທດອິນໂດເນເຊຍ ບ່ອນ "Time Zone : UTC+7 ถึง +9" ມີພາສາໄທຍ ຄຳວ່າ "ถึง"

    ReplyDelete