ດອກໄມ້ປະຈຳຊາດອາຊ່ຽນ

1. ດອກໄມ້ປະຈຳຊາດ ບຣູໄນ.
    ດອກໄມ້ປະຈຳຊາດບຣູນາຍແມ່ນ ດອກຊ້ານຊວາ ຫຼື ດອກຊິມເປີ ເປັນດອກໄມ້ສີເຫຼືອງສົດໃສສວຍງາມ ມີດອກຂະໜາດໃຫຍ່ ໃນໜຶ່ງດອກປະກອບດ້ວຍກີບດອກ 5 ກີບ ສາມາດພົບເຫັນໄດ້ທົ່ວໄປ ລວມເຖິງໃນທະນາບັດຂອງບຣູໄນ ແລະ ງານສິນລະປະປະເພດຕ່າງໆອີກດ້ວຍ.

2. ດອກໄມ້ປະຈຳຊາດ ກຳປູເຈຍ.
     ດອກໄມ້ປະຈຳຊາດກຳປູເຈຍແມ່ນ ດອກລຳດວນ ເປັນດອກໄມ້ສີຂາວປົນສີເຫຼືອງ ມີກີບດອກໜາ ແລະ ຂ້ອນຂ້າງແຂງ ມີກິ່ນຫອມເຢັນຊື່ນໃຈ ໂດຍຈະສົ່ງກິ່ນແຮງໃນຊ່ວງເວລາກາງຄືນ ຊາວກຳປູເຈຍຖືວ່າດອກລຳດວນ ເປັນດອກໄມ້ມົງຄຸນ ນິຍົມປູກກັນທົ່ວປະເທດ.

3. ດອກໄມ້ປະຈຳຊາດ ອິນໂດເນເຊຍ.
    ດອກໄມ້ປະຈຳຊາດ ອິນໂດເນເຊຍແມ່ນ ດອກກ້ວຍໄມ້ລາຕີ (Moon Orchid) ເຊິ່ງເປັນກ້ວຍໄມ້ສາຍພັນພິເສດ ທີ່ມີລັກສະນະສວຍງາມ ແລະ ອອກດອກຕະລອດປີ, ສາມາດບານຢູ່ໄດ້ຫຼາຍເດືອນ ສາມາດຂຶ້ນໄດ້ດີໃນສະພາບອາກາດຮ້ອນຊຸ່ມ ເຊິ່ງເປັນລັກສະນະອາກາດປະຈຳທ້ອງຖິ່ນຂອງ ອິນໂດເນເຊຍ.

4. ດອກໄມ້ປະຈຳຊາດ ລາວ.
    ດອກໄມ້ປະຈຳຊາດລາວແມ່ນ ດອກຈຳປາລາວ ເຊິ່ງເປັນດອກໄມ້ທີ່ມີຫຼາກຫຼາຍສີທັງ ສີຂາວ ສີສົ້ມ ສີແດງ ສີບົວ ແລະ ສີເຫຼືອງເປັນຕົ້ນ ຄົນລາວຖືວ່າດອກຈຳປາເປັນດອກໄມ້ປະຈຳຊາດຂອງຕົນ ເຊິ່ງເປັນຕົວແທນຂອງຄວາມສົດຊື່ນ ຄວາມຈິງໃຈ ແລະ ຄວາມສຸກ ດັ່ງນັ້ນຄົນລາວຈຶ່ງນິຍົມໃຊ້ດອກຈຳປາໃນງານມົງຄຸນທຸກປະເພດ ທັງງານບວດ, ງານແຕ່ງ ແລະ ເຮັດບຸນຕ່າງໆ.

5. ດອກໄມ້ປະຈຳຊາດ ມາເລເຊຍ.
    ດອກໄມ້ປະຈຳຊາດ ມາເລເຊຍແມ່ນ ດອກພູ່ລະຫົງ ເປັນດອກໄມ້ທີ່ມີີສີແດງ ມີກີບດອກ 5 ກີບ ມີເກສອນຢູ່ເຄິ່ງກາງ ເປັນດອກໄມ້ປະເພດລົ້ມລຸກຂະໜາດນ້ອຍ ຕົ້ນມີຄວາມສູງປະມານ 1 ແມັດເທົ່ານັ້ນ ຊາວມາເລເຊຍເຊື່ອວ່າດອກ ພູ່ລະຫົງ ເປັນສັນຍາລັກຂອງຄວາມແຂງແຮງ ຄວາມສາມັກຄີຂອງຄົນໃນຊາດ ຄວາມສູງສົ່ງ ແລະ ຄວາມສະຫງ່າງາມອີກດ້ວຍ.

6. ດອກໄມ້ປະຈຳຊາດ ມຽນມ່າ.
    ດອກໄມ້ປະຈຳຊາດມຽນມ່າແມ່ນ ດອກປະດູ່ ເປັນດອກໄມ້ສີເຫຼືອງທອງສວຍງາມ ເປັນດອກທີ່ມີກິ່ນຫອມ ໂດຍຈະອອກດອກໃນລະດູຝົນ ຄົນມຽນມ່າໃຊ້ດອກປະດູ່ສຳລັບງານສະເຫຼີມສະຫຼອງໃນຊ່ວງບຸນປີໃໝ່ຂອງຕົນ ລວມເຖິງງານມົງຄຸນຕ່າງໆ ນິຍົມໃຊ້ເປັນດອກໄມ້ບູຊາພະ ແລະ ງານສຳຄັນທາງສາສະໜາ.

7. ດອກໄມ້ປະຈຳຊາດ ຟິລິບປິນ.
    ດອກໄມ້ປະຈຳຊາດ ຟິລິບປິນແມ່ນ ດອກພຸດແກ້ວ ເຊິ່ງເປັນດອກໄມ້ສີຂາວບລິສຸດ ລັກສະນະຂອງດອກມີ 5 ແຊກຄ້າຍຄືກັບຮູບດາວ ມີກິ່່ນຫອມສົົດຊື່ນໂດຍສະເພາະເວລາກາງຄືນ ຕົ້ນພຸດແກ້ວຈະອອກດອກໄດ້ຕະຫຼອດປີ ຊາວຟິລິບປິນເຊື່ອວ່າດອກພຸດແກ້ວ ເປັນຕົວແທນຂອງຄວາມບໍລິສຸດ, ຄວາມລຽບງ່າຍ, ຄວາມອ່ອນນ້ອມ ແລະ ຄວາມເຂັ້ມແຂງ ຈຶ່ງນິຍົມໃຊ້ດອກພຸດແກ້ວໃນງານປະເພດຕ່າງໆ.

8. ດອກໄມ້ປະຈຳຊາດ ສິງກະໂປ.
    ດອກໄມ້ປະຈຳຊາດ ສິງກະໂປແມ່ນ ດອກກ້ວຍໄມ້ແວນດ້າ (Vanda Miss Joaquim) ເຊິ່ງດອກກ້ວຍໄມ້ແວນດ້າ ຈະມີສີມ່ວງແດງສົດໃສສາມາດອອກດອກບານໄດ້ຕະຫຼອດປີ ເຊິ່ງຊື່ Vanda Miss Joaquim ມາຈາກຊື່ຜູ້ທີ່ປະສົມພັນແວນດ້າຊະນິດນີ້ໄດ້ສຳເລັດ ເຊິ່ງແມ່ນ Miss Joaquim.

9. ດອກໄມ້ປະຈຳຊາດ ໄທ.
    ດອກໄມ້ປະຈຳຊາດໄທແມ່ນ ດອກຄູນ ມີລັກສະນະດອກເປັນພວງ ມີສີເຫຼືອງສົດໃສສວຍງາມ ເຊິ່ງດອກຄູນຈະບານໃນຊ່ວງເດືອນກຸມພາ ຫາ ເດືອນພຶດສະພາ ຂອງທຸກປີ ໂດຍສາມາດພົບເຫັນໄດ້ທົ່ວໄປຕາມຖະໜົນຫຼວງ, ສວນສາທາລະນະ ແລະ ວັດ. ຄົນໄທນິຍົມໃຊ້ດອກຄູນໃນການປະດັບໃນການຕົບພະທາດຊາຍໃນວັນສົງການອີກດ້ວຍ.

10. ດອກໄມ້ປະຈຳຊາດ ຫວຽດນາມ.
    ດອກໄມ້ປະຈຳຊາດ ຫວຽດນາມແມ່ນ ດອກບົວ ຄົນຫວດນາມເຊື່ອວ່າດອກບົວເປັນສັນຍາລັກຂອງຄວາມບໍລິສຸດ ຄວາມຮັກ ຄວາມຜູກພັນ ແລະ ການເບິ່ງໂລກໃນແງ່ດີ ລວມເຖິງດອກບົວເປັນຕົວແທນຂອງຄວາມສະຫວ່າງເບັ່ງບານ ເນື່ອງຈາກດອກບົງຈະບານພ້ອມກັບແສງຕາເວັນ ເຊິ່ງໝາຍເຖິງການເລີ່ມຕົ້ນວັນທີແຈ່ມໃສ ເຮົາສາມາດພົບຄຳວ່າດອກບົວໃນບົດເພັງພື້ນເມືອງ ແລະ ບົດກອນໃນພາສາຫວຽດນາມຢູ່ສະເໝີ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment