Monday, September 21, 2015

ອາຊ່ຽນແມ່ນຫຍັງ?

    ອາຊ່ຽນ ແມ່ນການລວມຕົວກັນເປັນອົງກອນລະຫວ່າງປະເທດ ລະດັບພາກພື້ນຂອງປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກສຽງ ໃຕ້ ໂດຍລວມຕົວກັນໃນຊື່ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of South East Asian Nations) ໂດຍໃຊ້ຊື່ຫຍໍ້ວ່າ ASEAN ອ່ານອອກສຽງພາສາລາວວ່າ ອາຊ່ຽນ ໂດຍມີຈຸດປະສົງໃນການຈັດຕັ້ງກຸ່ມອາຊ່ຽນກໍ່ເພື່ອສົ່ງເສີມ ແລະ ຮ່ວມມືກັນໃນທຸກດ້ານ ທັງດ້ານສັນຕິພາບ, ດ້ານຄວາມໝັ້ນຄົງ, ດ້ານເສດຖະກິດ, ດ້ານການກະຈາຍອົງກອນຄວາມຮູ້ ແລະ ດ້ານສັງຄົມວັດທະນາທຳ ເທິງພື້ນຖານຄວາມເທົ່າທຽມກັນ ແລະ ຜົນປະໂຫຍດຮ່ວມກັນຂອງປະເທດສະມາຊິກທຸກປະເທດ.



    ການລວມຕົວກັນເປັນໜຶ່ງຂອງສະມາຊິກອາຊ່ຽນທັງ 10 ປະເທດເຮັດໃຫ້ອຳນາດຕໍ່ລອງຫາປະໂຫຍດໃນເວທີລະຫວ່າງປະເທດ ທັງໃນດ້ານການເມືອງ, ເສດຖະກິດ ແລະ ການທະຫານ.