ປະຫວັດຄວາມເປັນມາຂອງອາຊ່ຽນ

          ອາຊ່ຽນ (ASEAN) ຫຼື ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of Southeast Asian Nation) ສ້າງຕັ້ງເມື່ອວັນທີ 8 ສິງຫາ 1967 ຫຼັງຈາກການລົງນາມຂອງປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງຢູ່ ກຸງເທບ ປະເທດໄທ ໂດຍມີສະມາຊິກຜູ້ຮ່ວມກໍ່ຕັ້ງ 5 ປະເທດຄືື: ໄທ, ສິງກະໂປ, ອິນໂດເນເຊຍ ແລະ ຟິລິບປິນ.



          ພາຍຫຼັງການສ້າງຕັ້ງປະຊາຄົມອາຊ່ຽນເມື່ອວັນທີ 8 ສິງຫາ 1967 ແລ້ວໄດ້ມີປະເທດໃນຂອບເຂດອາຊີຕາເວັນອອກສຽງໃຕ້ອີກ 5 ປະເທດໄດ້ຂໍເຂົ້າຮ່ວມເປັນສະມາຊິກອາຊ່ຽນອີກ, ທັງ 5 ປະເທດໄດ້ເຂົ້າຮ່ວມເປັນສະມາຊິກອາຊ່ຽນໃນເວລາຕ່າງກັນດັ່ງນີ້:

- ລຳດັບທີ 6 ປະເທດບລູໄນ ໄດ້ເຂົ້າເປັນສະມາຊິກອາຊ່ຽນໃນວັນທີ 8 ມັງກອນ 1984
- ລຳດັບທີ 7 ປະເທດຫວຽດນາມ ໄດ້ເຂົ້າເປັນສະມາຊິກອາຊ່ຽນໃນວັນທີ 28 ກໍລະກົດ 1995
- ລຳດັບທີ 8 ປະເທດລາວ ໄດ້ເຂົ້າເປັນສະມາຊິກອາຊ່ຽນໃນວັນທີ 23 ກໍລະກົດ 1997
- ລຳດັບທີ 9 ປະເທດມຽນມ່າ ໄດ້ເຂົ້າເປັນສະມາຊິກອາຊ່ຽນໃນວັນທີ 23 ກໍລະກົດ 1997 ພ້ອມກັບປະເທດລາວ
- ລຳດັບທີ 10 ປະເທດກຳປູເຈ່ຍ ໄດ້ເຂົ້າເປັນສະມາຊິກໃນວັນທີ 30 ເມສາ 1999

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment