ພາສາອາຊ່ຽນ

          ພາສາອາຊ່ຽນ ທີ່ໃຊ້ເປັນພາສາກາງໃນການເຮັດວຽກຂອງອາຊ່ຽນຄື: ພາສາອັງກິດ ໂດຍພາສາອັງກິດຈະເປັນພາສາທີ່ໃຊ້ໃນລະຫວ່າງການປະຊຸມ ການໂຕ້ຕອບທາງຈົດໝາຍການຈັດລາຍງານ ການປະຊຸມ ຜົນການພິຈາລະນາ ແລະ ມິຕິທີ່ປະຊຸມຕະຫລອດຈົນການຈັດ ເຮັດຄໍາຖະແຫລງການ ແລະ ການປະຕິສໍາພັນຕ່າງໆຂອງອາຊ່ຽນ ທັ້ງນີ້ໃນຖານະທີ່ເປັນສະມາຄົມອາຊ່ຽນບໍ່ໄດ້ໃຫ້ບໍລິການດ້ານການແປ ຫຼື ຕີຄວາມ
          ພາສາອາຊ່ຽນ ຫຼື ພາສາອັງກິດນີ້ນັ້ນໃນຄວາມເປັນຈິງແລ້ວມີພຽງປະເທດສິງກະໂປປະເທດດຽວເທົ່ານັ້ນທີ່ ໃຊ້ພາສາອັງກິດເປັນພາສາລາສະການ ສ່ວນປະເທດທີ່ເຫຼືອລວນແຕ່ໃຊ້ພາສາຂອງຕົນເອງເປັນພາສາລາສະການ.


ປະເທດອິນໂດເນເຊຍ ພາສາລາສະການຄື: ບາຮາຊາ ອິນໂດເນເຊຍ (Bahasa Indonesia)
ປະເທດມາເລເຊຍ ພາສາລາສະການຄື:  ພາສາມາເລ ຫຼື ພາສາລາຍູ (Bahasa Melayu)
ປະເທດຟິລິບປີນ ພາສາລາສະການຄື: ພາສາຟິລິບປີນ (Filipino)
- ປະເທດສິງກະໂປ ພາສາລາສະການຄື: ພາສາອັງກິດ  (English)
ປະເທດບຣູໄນ ພາສາລາສະການຄື: ພາສາມາເລ  (Bahasa Melayu)
ປະເທດຫວຽດນາມ ພາສາລາສະການຄື: ພາສາຫວຽດນາມ (Vietnamese)
ປະເທດລາວ ພາສາລາສະການຄື: ພາສາລາວ  (Laotian)
ປະເທດມຽນມາ ພາສາລາສະການຄື: ພາສາມຽນມາ  (Burmese)
ປະເທດກໍາປູເຈຍ ພາສາລາສະການຄື: ພາສາຂະເໝນ (Khmer)
ປະເທດໄທ ພາສາລາສະການຄື: ພາສາໄທ (Thai)

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment