ອາຊ່ຽນ +3

                ອາຊ່ຽນ+3 (ASEAN+3) ຄື ການຮ່ວມມືລະຫວ່າງປະເທດສະມາຊິກສະມາຄົມປະຊາຊາດອາຊ່ຽນຕາເວັນອອກສ່ຽງໃຕ້ (ອາຊ່ຽນ) ກັບປະເທດອື່ນນອກກຸ່ມອາຊ່ຽນອີກ 3 ປະເທດຄື:​ ປະເທດຈີນ, ປະເທດເກົາຫລີໃຕ້ ແລະ ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມຮ່ວມມືໃນລະດັບພູມວິພາກອາຊ່ຽນຕາເວັນອອກ ແລະ ເພື່ອນໍາໄປສູ່ການຈັດຕັ້ງຊຸມຊົນອາຊ່ຽນຕາເວັນອອກ (East Asian Community) ໃນອານາຄົດ

ລາຍລະອຽດຂອງອາຊ່ຽນ+3
          ກຸ່ມອາຊ່ຽນ+3 (ASEAN+3, ASEAN Plus 3, ອາຊ່ຽນບວກສາມ) ຈະປະກອບດວ້ຍສະມາຊິກ 13 ຊາດ 10 ສະມາຊິກອາຊ່ຽນຄື: ປະເທດໄທ, ປະເທດມຽນມາ, ປະເທດມາເລເຊຍ, ປະເທດອິນໂດເນເຊຍ, ປະເທດຟິລິບປີນ, ປະເທດສິງກະໂປ, ປະເທດຫວຽດນາມ, ປະເທດລາວ, ປະເທດກໍາປູເຈຍ ແລະ ປະເທດບຣູໄນ ຮ່ວມກັບປະເທດຈີນ ປະເທດຍີ່ປຸ່ນ ແລະ ປະເທດເກົາຫລີໃຕ້ ໂດຍທັງ  13 ປະເທດຈະມີປະຊາກອນລວມທັງໝົດກວ່າ 2,000 ລ້ານຄົນ ຫຼື ປະມານ 1ໃນ  3 ຂອງປະຊາກອນທັງໂລກ ແລະ ຈະມີພະລິດຕະພັນລວມໃນປະເທດ ຫຼື  GDP ເຖິງ 9 ລ້ານຫຼຽນ (ລ້ອຍລະ 16 ຂອງ GDP ລວມທັງໂລກ)  ໃນຂະນະທີ່ຍອດຊັບສິນທີ່ເປັນເງິນທຶນສໍາຮອງລະຫວ່າງປະເທດສູງເຖິງ 3.6 ລ້ານຫຼຽນ 50% ຂອງເງິນທຶນສໍາຮອງຂອງໂລກ.

ເປົ້າໝາຍຂອງການຈັດຈັ້ງອາຊ່ຽນ+3
          ການຈັດຕັ້ງກຸ່ມອາຊ່ຽນ+3 ນັ້ນມີວັດຖຸປະສົງເພື່ອໃຫ້ເກີດຄວາມຮວ່ມມືກັນ ຂອງກຸ່ມປະເທດອາຊ່ຽນ ແລະ ປະເທດທີ່ມີຂະໜາດເສດຖະກິດຂະໜາດໃຫ່ຍອີກ 3 ປະເທດເຊຶ່ງລວມກັນເອີ້ນວ່າ ຊຸມຊົນອາຊ່ຽນຕາເວັນອອກ (East Asian Community)  ແລະ ມີຂໍ້ຕົກລົງກັນເພື່ອຄວາມຮ່ວມມືໃນດ້ານຕ່າງໆ 5 ດ້ານຄື:
1. ດ້ນການເມືອງ ແລະ ຄວາມໝັ້ນຄົງ
2. ດ້ານຄວາມຮວ່ມມືທາງເສດຖະກິດ ແລະ ການເງິນ
3. ດ້ານພະລັງງານ
4. ສິ່ງແວດລ້ອມ ແລະ ການປ່ຽນແປງຂອງສະພາວະອາກາດໂລກ
5. ດ້ານສັງຄົມ ແລະ ວັດທະນາທຳ

ເປົ້າໝາຍຄວາມຮ່ວມມືກັນຂອງອາຊ່ຽນ+3 ຫຼື ປະຊາຄົມອາຊ່ຽນຕາເວັນອອກ
          ການລວມກັນເປັນກຸ່ມອາຊ່ຽນ+3 ຈະເປັນການນຳໄປສູ່ການຈັດຕັ້ງປະຊາຄົມອາຊ່ຽນຕາເວັນອອກໃນອານາຄັດ ເຊິ່ງ ຊາດສະມາຊິກທັງໝົດຈະ ຮ່ວມມື ແລະ ສະໜັບສະໜູນກັນໃນດ້ານຕ່າງໆໂດຍມີຄວາມຮ່ວມມື 6 ດ້ານທີ່ຈະຕ້ອງເລັ່ງຜັກດັນດັ່ງນີ້:
1. ການຮ່ວມກັນກຳນົດກົດລະບຽບໃນພູມມີພາກ
2. ການຕັ້ງເຂດການຄ້າເສລີ
3. ຂໍ້ຕົກລົງຄວາມຮ່ວມມືທາງການເງິນ
4. ເຂດຄວາມຮ່ວມມື ແລະ ມິດຕະພາບເພື່ອຫຼີກລ້ຽງການສະສົມອາວຸດ
5. ການຄົມມະນາຄົມ ແລະເຄືອຂ່າຍການສື່ສານ
6. ດ້ານສິດທິມະນຸດຊົນ ແລະ ພັນທະກໍລະນີຕ່າງໆ

          ອາຊ່ຽນ+3 ນັ້ນ ເປັນຄວາມຮ່ວມມືທີ່ຈະສາມາດສ້າງປະໂຫຍດ ແລະ ຄວາມໝັ້ນຄົງໃນພາບລວມໃຫ້ກັບ ສະມາຊິກທັງ 13 ປະເທດອີກທັງຍັງສາມາດສ້າງອຳນາດຕໍ່ລອງໃນເວທີລະຫວ່າງປະເທດໄດ້ຢ່າງມະຫະສານ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment