ເມືອງຫຼວງອາຊ່ຽນ

          ເມືອງຫຼວງອາຊ່ຽນທັງ 10 ປະເທດມີດັ່ງນີ້:
1. ປະເທດໄທ ເມືອງຫຼວງແມ່ນ ກຸງເທບມະຫານະຄອນ (Bangkok)


          ກຸງເທບມະຫານະຄອນຕັ້ງຢູ່ໃນພາກກາງຂອງປະເທດໄທບໍລິເວນໃກ້ປາກແມ່ນ້ໍາເຈົ້າພະຍາມີເນື້ອທີ່ປະມານ 1,569 ຕາລາງກິໂລແມັດ ມີຄົນອາໃສຢູ່ຫຼາຍກວ່າ 10​ ລ້ານຄົນ ( ທັງແບບຕາມ ທະບຽນເຮືອນ ແລະ ແບບ ແຮງງານຍ້າຍຖິ່ນ ) ກຸງເທບມະຫານະຄອນໄດ້ຮັບການສະຖາປານາຂື້ນເປັນເມືອງຫຼວງຂອງໄທຕັ້ງ ແຕ່ປີ 1782 ໂດຍພະບາດສົມເດັດພະພຸດທະຍອດຟ້າຈຸພາໂລກ ລັດສະການທີ່ໂດຍຍ້າຍເມືອງ ຫຼວງມາຈາກຊົນບຸລີ ເຊິ່ງຢູ່ພາກກົງກັນຂ້າມມີແມ່ນ້ໍາເຈົ້າພະຍາຊັ້ນກາງ ເນື່ອງຈາກກຸງເທບມະຫານະຄອນ (ຊື່ເກົ່າແມ່ນເມືອງພະນະຄອນ) ມີໄຊພູມທີ່ດີຕໍ່ການຮັກສາພະນະຄອນໃນກໍລະນີຂ້າເສິກຮຸກຮານປັດຈຸບັນ ກຸງເທບມະຫານະຄອນເປັນສູນກາງການຄ້າການລົງທືນ ການບໍລິຫານລາຊະການແຜ່ນດິນການເມືອງການ ປົກຄອງຂອງປະເທດໄທ ແລະ ຍັງເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທົ່ວໂລກ ອີກດ້ວຍ.

2. ປະເທດອີນໂດເນເຊຍ ເມືອງຫຼວງແມ່ນ ຈາກາຕ້າ  (Jakarta)


          ຈາກາຕ້າເປັນເມືອງໃຫຍ່ທີ່ສຸດຂອງປະເທດອິນໂດເນເຊຍ ຊື່ວ່າເມືອງບາຕາເວຍ (Batavia) ຕັ້ງຢູ່ທາງ ຕາເວັນຕົກສ່ຽງໃຕ້ຂອງເກາະຊາວາ ມີພື້ນທີ່ປະມານ 720 ຕາລາງກິໂລແມັດ ມີປະຊາກກອນປະມານ 13 ລ້ານຄົນ ເຊິ່ງນັບວ່າຂ້ອນຂ້າງໜາແໜ້ນ ມີຜູ້ວ່າລາຊະການເປັນຜູ້ບໍລິຫານສູງສຸດຄືກັນກັບກຸງເທບມະຫານະຄອນ ເປັນເມືອງທີ່ທັນສະໄໜ ແລະ ສວຍງາມ ຈາກາຕ້າເປັນສູນກາງໃນທຸກໆດ້ານຂອງປະເທດອິນໂດເນເຊຍ ທາງດ້ານເສດຖະກິດ ການເມືອງການປົກຄອງແຫ່ງການສຶກສາ ແລະ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳ ຄັນຂອງປະເທດອີກດ້ວຍ.

3. ປະເທດສິງກະໂປ ເມືອງຫຼວງແມ່ນ ສິງກະໂປ (Singapore)


          ປະເທດສິງກະໂປບໍ່ມີເມືອງຫຼວງຢ່າງເປັນທາງການ ໂດຍໃຊ້ເນື້ອທີ່ທັງປະເທດເປັນເມືອງຫຼວງເນື່ອງຈາກ ເປັນປະເທດທີ່ເປັນເກາະຂະໜາດນ້ອຍ ຕັ້ງຢູ່ບໍລິເວນປາຍແຫຼມມາລາຢູມີເນື້ອທີ່ພຽງ  697 ຕາລາງກິໂລ ແມັດ  ມີປະຊາກອນປະມານ 5,300,000 ຄົນ ສິງກະໂປເຖີງຈະບໍ່ມີຊັບພະຍາກອນແຕ່ກໍ່ນັບໄດ້ວ່າເປັນ ປະເທດທີ່ມີຄວາມຈະເລີນ ເປັນຢ່າງຫຼາຍ ໂດຍເປັນສູນກາງທາງດ້ານເສດຖະກິດ ການເງິນ ແລະ ການລົງ ທືນຂອງພູມມີພາກ ເຖີງຈະເປັນປະເທດທີ່ມີຂະໜາດນ້ອຍແຕ່ກໍ່ມີບໍລິສັດຕ່າງຊາດມາຕັ້ງສຳນັກງານຈຳນວນ ຫຼາຍ ມີສະໜາມບິນ ແລະ ລະບົບຂົນສ່ງພາຍໃນປະເທດທີ່ທັນສະໄໝທີ່ສຸດໃນພູມມີພາກປະຊາກອນມີ ຄຸນນະພາບຊີວິດທີ່ດີມີລາຍໄດ້ສູງ ມີແຫຼ່ງທ່ອງທ່ຽວມີເປັນຈຸດດຶງດູດຜູ້ຄົນຈາກທົ່ວໂລກຫຼາຍ.

4. ປະເທດບຣູໄນ ເມືອງຫຼວງແມ່ນ ບັນດາເສລີເບກາວັນ (Bandar Seri Begawan)



          ບັນດາເສລີເບກາວັນຢູ່ທາງຝັ່ງຕາເວັນອອກຂອງປະເທດບຣູໄນ ໂດຍເປັນເມືອງຫຼວງ ແລະ ເມືອງທ່າທີ່ສໍາຄັນ ທີ່ສຸດຂອງປະເທດ ເປັນເມືອງຫຼວງທີ່ມີເນື້ອທີ່ຂະໜາດນ້ອຍ ມີເນຶ້ອທີ່ພຽງ 100 ຕາລາງກິໂລແມັດມີປະຊາ ກອນປະມານ 100,000 ຄົນ ໃນສະໄໝການລ່າອານານິຄົມຂອງປະເທດຝັ່ງຢູໂລບ ເມືອງນີ້ເຄີຍຕົກຢູ່ໃຕ້ ການຍຶດຄອງຂອງປະເທດອັງກິດ ໂດຍຖຶກເອີ້ນວ່າເມືອງບຣູໄນ ກ່ອນຈະກັບມາເອີ້ນຊື່ບັນດາເສລີເບກາວັນ ພາຍຫຼັງໄດ້ຮັບເອກະລາດຈາກອັງກິດແລ້ວ.

5. ປະເທດມຽນມາ ເມືອງຫຼວງແມ່ນ ເນປີດໍ  (Naypyidaw)


          ເນປີດໍຖືກສະຖາປານາຂື້ນເປັນເມືອງຫຼວງໃໝ່ຂອງປະເທດມຽນມາແທນຢ່າງກຸ້ງທີ່ເປັນເມືອງຫຼວງເກົ່າມາດົນນານ ເມືອວັນທີ່ 27 ມີນາ 2006 ໂດຍພົນເອກອາວຸໂສຕານຊ່ວຍຜູ້ນຳສູງສຸດໃນຂະນະນັ້ນດ້ວຍ ເຫດຜົນຫຼັກ ໃນດ້ານການບໍລິຫານປະເທດໄດ້ງ່າຍຂື້ນ ເນື່ອງຈາກເນປີດໍຕັ້ງຢູ່ເຄິ່ງການຂອງປະເທດພໍດີ ປັດ ຈຸບັນເນປີດໍຍັງຢູ່ໃນຊ່ວງໃນຂອງການສ້າງເມືອງ ຖະໜົນຫົນທາງ  ແຫ່ງທຸລະກິດ  ໂຮງແຮມຍັງບໍ່ສົມບູນ ແຕ່ດ້ວຍເຫດທີ່ມຽນມາເປີດປະເທດ (ຫຼັງຈາກປິດປະເທດມາຕັ້ງແຕ່ສະໄໝທະຫານເຂັ້າຍຶດອຳນາດການ ປົກຄອງ) ຈຶງສາມາດກ່າວໄດ້ວ່າໃນປະເທດມຽນມານັ້ນເສັ້ນທາງນັກລົງທືນຈາກທົ່ວໂລກກຳລັງມຸ່ງໄປສູ່ ເນປີດໍທັງໝົດ

6. ປະເທດລາວ ເມືອງຫຼວງແມ່ນ ວຽງຈັນ  (Vientiane)



          ວຽງຈັນ ຫຼື ນະຄອນຫຼວງວຽງຈັນ ຕັ້ງຢູາພາກກາງຂອງປະເທດລາວໃນເຂດໃຕ້ແມ່ນ້ໍາຂອງໂດຍຕິດກັບ ໜອງຄາຍຂອງປະເທດໄທ ວຽງຈັນເປັນເມືອງບູຮານມີອາຍຸຫຼາຍກວ່າໜື່ງພັນປີໂດຍສະຖາປານາເປັນເມືອງຫຼວງຕັ້ງແຕ່ສະໄໝເຈົ້າໄຊເສດຖາທິລາດໃນສະຕະວັດທີ່ 15 ວຽງຈັນເປັນເມືອງຫຼວງ ແລະ ເມືອງໃຫຍ່ທີ່ ສຸດຂອງປະເທດລາວ ມີປະຊາກກອນຢູ່ໜາແໜ້ນທີ່ສຸດໂດຍມີປະຊາກອນປະມານ 700,000 ຄົນ ໃນຍຸກການລ່າຫົວເມືອງຂຶ້ນວຽງຈັນ ເຄີຍຕົກຢູ່ພາຍໃຕ້ການຍຶດຄອງຂອງປະເທດຝຣັ່ງ.

7. ປະເທດຫວຽດນາມ ເມືອງຫຼວງແມ່ນ ຮາໂນ້ຍ  (Ha Noi)


          ຮາໂນ້ຍເປັນເມືອງຫຼວງຂອງປະເທດຫວຽດນາມເໜືອ ເມື່ອຫວຽດນາມເໜືອໄດ້ຮັບໄຊສະນະສົງຄາມ ຫວຽດນາມ ແລະ ໄດ້ຮວ່ມຫວຽດນາມໃຕ້ເຂົ້າ ເປັນສ່ວນໜຶ່ງແລ້ວຈຶ່ງສະຖາປານາໃຫ້ຮາໂນ້ຍເປັນເມືອງ ຫຼວງຂອງປະເທດ(ເມືອງຫຼວງຂອງຫວຽດນາມໃຕ້ຄື: ໄຊງ່ອນ ຫຼື ເມືອງໂຮ່ຈິມິນໃນປັດຈຸບັນ) ຮາໂນ້ຍກໍ ຄືກັນກັບເມືອງຫຼວງອື່ນໆໃນອາຊີທີ່ເປັນເມືອງໃຫຍ່ ແລະ ເມືອງສຳຄັນທີ່ສຸດຂອງປະເທດ ເປັນສູນກາງການເມືອງ ການປົກຄອງຂອງປະເທດ ແຕ່ໃນປະເທດຫວຽດນາມນັ້ນ ເມືອງທີ່ໃຫຍ່າທີ່ສຸດໃນດ້ານການຄ້າ ການລົງທືນ ການອຸດສາຫະກຳ ແລະ ການຂົນສົ່ງທາງທະເລຄື: ເມືອງໂຮ່ຈິມີນ (Ho Chi Minh) ເຊິ່ງຢູ່ທາງພາກໃຕ້ຂອງປະເທດ

8. ປະເທດມາເລເຊຍ ເມືອງຫຼວງແມ່ນ ກົວລາລຳເປີ (Kuala Lumpur)



          ກົວລາລຳເປີເມືອງຫຼວງຂອງປະເທດມາເລເຊຍນັ້ນຕັ້ງຢູ່ທາງພາກຕາເວັນຕົນຂອງປະເທດ (ໃກ້ຝັ່ງທະເລອັນດາມັນ) ເປັນເມືອງໃຫຍ່ ແລະ ສຳຄັນທີ່ສຸດຂອງປະເທດ ມີເນື້ອທີ່ 94 ຕາລາງ ຫຼື 243 ຕາລາງກິໂລແມັດ ມີປະຊາກອນປະມານ 1.6 ລ້ານຄົນ ເຖີງຈະມີການຍ້າຍສູນການບໍລິຫານປະເທດໄປທີ່ ເມືອງປຸຕຣາຈາຍາແລ້ວ ແຕ່ສ່ວນອື່ນໆທີ່ສຳຄັນຂອງປະເທດຍັງຢູ່ບ່ອນເກົ່າໂດຍປົກກະຕິແລ້ວຊາວມາເລເຊຍຈະເອີ້ນກົວລາລຳເປີວ່າ: ເຄແອວ, KL ເຊິ່ງເປັນໂຕຫຍໍ້ຂອງ  Kuala Lumpur.

9. ປະເທດກຳປູເຈຍ ເມືອງຫຼວງແມ່ນ ພະນົມເປັນ  (Phnom Penh)


    

        ພະນົມເປັນເມືອງຫຼວງຂອງປະເທດກຳປູເຈຍ ມີຊື່ເອິ້ນອີກຊື່ໜື່ງວ່າ ລາດຊະທານີພະນົມເປັນ ຕັ້ງຢູ່ທາງພາກ ກາງ  (ດ່ອນໄປທາງໃຕ້ຂອງປະເທດ)ມີເນື້ອທີ່ 678 ຕາລາງກິໂລແມັດ ມີປະຊາກອນໜາແໜ້ນປະມານ 2,000,000 ຄົນ ພະນົມເປັນຖືວ່າເປັນເມືອງໃຫຍ່ ແລະ ສຳຄັນທີ່ສຸດຂອງປະເທດກຳປູເຈຍເປັນສູນກາງການເມືອງການ ປົກຄອງແລະບໍລິຫານລາສະການແຜ່ນດິນລວມເຖິງການລົງທຶນຈາກຕ່າງປະເທດໃນຍຸດອານານິຄົມພະນົມເປັນຕົກຢູ່ພາຍໃຕ້ການຍຶດຄອງຂອງຝຣັ່ງ ແລະ ໄດ້ຮັບເອກະລາດເມື່ອປີ 1953

10. ປະເທດຟິລິບປີນ ເມືອງຫຼວງແມ່ນ ມານິລາ (Manila)


          ມານິລາເມືອງຫຼວງຂອງປະເທດຟິລິບປີນຕັ້ງຢູ່ບົນຝັ່ງຕາເວັນອອກຂອງເກາະລູຊອນ ຊຶ່ງເປັນເກາະໃຫ່ຍທີ່ສຸດ ຂອງປະເທດ (ຈໍານວນຫຼາຍກ່ວາ 7,000 ເກາະ) ເປັນສູນກາງທາງເສດຖະກິດ ວັດທະນາທໍາ ການທ່ອງທ່ຽວ ການສືກສາ ແລະ ອຸດສາຫະກໍາຂອງປະເທດ ເມືອງຂອງມະນິລາ ມີເນື້ອທີ່ພຽງ  39 ຕາລາງກິໂລແມັດ ແຕ່ມີ ປະຊາກອນຫຼາຍເຖິງ 1.7 ລ້ານຄົນ ແຕ່ຖ້ານັບຊານເມືອງຈະມີເນື້ອທີ່ 1,475 ຕາລາງກິໂລແມັດ ແຕ່ຈະມີ ປະຊາກອນຫຼາຍເຖິງ 22 ລ້ານຄົນເຊື່ງນັບວ່າມີປະຊາກອນອາໃສຢູ່ໜາແໜ່ນຫຼາຍ ໃນສະໄໝການລ່າອານາ ນິຄົມມະນິລາຕົກຢູ່ພາຍໃຕ້ການປົກຄອງຂອງປະເທດສະເປນ ແລະ ຢູ່ພາຍໃຕ້ການດູແລຂອງປະເທດສະ ຫະລັດອາເມລິກາລວມ 400 ປີ.

         ເມືອງຫຼວງອາຊ່ຽນທັ້ງ 10 ເປັນເມືອງໃຫ່ຍທີ່ສຸດຂອງແຕ່ລະປະເທດເປັນ ສູນກາງການປົກຄອງ ການຄ້າການລົງທຶນການເງິນທະນາຄານຂອງປະເທດນັ້ນໆມີຂໍ້ສັງເກດຢູ່ຂໍ້ໜຶ່ງຄື: ໃນຄວາມຈິງແລ້ວປະເທດສິງກະໂປນັ້ນບໍ່ມີເມືອງຫຼວງ ເນື່ອງຈາກເປັນປະເທດທີ່ນ້ອຍຫຼາຍຈື່ງໃຊ້ປະເທດ ທັງປະເທດເປັນເມືອງຫຼວງໄປເລີຍ ສ່ວນເມືອງທີ່ມີປະຊາກອນໜາແໜ່ນທີ່ສຸດໃນອາຊ່ຽນຄື້:​ ກຸງຈາກາຕ້າ ປະເທດອິນໂດເນເຊຍ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment