ທຸງອາຊ່ຽນ

          ທຸງອາຊ່ຽນ (ASEAN Flag) ຄືສັນຍາລັກຂອງການລວມຕົວກັນຂອງສະມາຊິກທັ  10 ປະເທດ ພາຍໃຕ້ຄຳຂັວນ One Vision, One Identity, One Community ຫຼື ໜື່ງວິໄສທັດ, ໜື່ງເອກະລັກ, ໜື່ງປະຊາຄົມ.
ธงอาเซียน
ທຸງອາຊ່ຽນ - ສັນຍາລັກລວມຕົວກັນຂອງສະມາຊິກທັງ 10 ປະເທດ

ຮູບຮ່າງລັກສະນະຂອງທຸງອາຊ່ຽນ
          ທຸງອາຊ່ຽນໄດ້ຮັບການອອກແບບໄດ້ມີລັກສະນະແບບງ່າຍ ແຕ່ສາມາດສື່ຄວາມໝາຍການລວມຕົວກັນຂອງສະມາຊິກສະມາຄົມປະຊາຊາດອາຊ່ຽນຕາເວັນອອກສ່ຽງໃຕ້ໄວ້ໄດ້ຢ່າງສົມບູນແບບ ໂດຍທຸງອາຊ່ຽນນີ້ ໄດ້ຖືກອອກແບບໃຫ້ມີພື້ນສີນ້ຳເງິນ ມີຕົ້ນເຂົ້າສີເຫຼືອງທອງຈຳ ນວນ 10 ຕົ້ນ (ແທນຄວາມໝາຍຂອງສະມາຂິກທັງ 10 ) ຢູ່ເຄິ່ງກາງເຊິ່ງຕົ້ນເຂົ້າທັງ 10 ຕົ້ນ ນີ້ຢູ່ໃນວົງ ກົມສີແດງ ແລະ ຂອບຂອງວົງກົມສີຂາວ.

ຄວາມໝາຍຂອງສີຕ່າງໆໃນທຸງອາຊ່ຽນ
- ສີນ້ຳເງິນໝາຍເຖີງສັນຕິພາບ ແລະ ຄວາມໝັ້ນຄົງ
- ສີແດງໝາຍເຖີງຄວາມກ້າຫານ ແລະ ຄວາມກ້າວໜ້າ
- ສີຂາວໝາຍເຖີງຄວາມບໍລິສຸດ
- ສີເຫຼືອງໝາຍເຖີງຄວາມຈະເລີນຮຸ່ງເຮືອງ
          ສ່ວນຕົ້ນເຂົ້າສີເຫຼືອງທັງ 10 ຕົ້ນໃນທຸງອາຊ່ຽນໝາຍເຖີງຈຳນວນສະມາຊິກຂອງ ASEAN ຈຳນວນ 10 ປະເທດໄດ້ແກ່ປະເທດອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ສິງກະໂປ, ໄທ, ບຣູໄນ, ຫວຽດນາມ, ກຳປູ ເຈຍ, ລາວ ແລະ ມຽນມ່າ ພ້ອມສັນຍາລັກການມັດຮ່ວມກັນເພື່ອແທນຄວາມໝາຍຂອງການລວມຕົວເປັນ ໜື່ງດຽວ. ດັ່ງນັ້ນ, ເມື່ອນຳສັນຍາລັກ ແລະ ຄວາມໝາຍຂອງສີຕ່າງໆມາລວມກັນຈຶ່ງເຮັດໃຫ້ທຸງອາຊ່ຽນມີຄວາມໝາຍດັ່ງນີ້: ການລວມຕົວກັນຢ່າງໜຽວແໜ້ນ ແລະ ເປັນອັນໜື່ງອັນດຽວກັນຂອງສະມາຊິກທັງ 10 ດ້ວຍຄວາມບໍລິສຸດ ແລະ ກ້າຫານເພື່ອສັນຕິພາບຄວາມໝັ້ນຄົງ ແລະ ຄວາມຈະເລີນກ້າວໜ້າຂອງສະມາຊິກ ແລະ ປະຊາກອນອາຊ່ຽນທັງຫຼາຍ
ต้นข้าวในธงอาเซียน

          ເຂົ້າອາຫານຫຼັກ ແລະ ສິນຄ້າສົ່ງອອກທີ່ສຳຄັນຂອງປະເທດສະມາຊິກອາຊ່ຽນໄດ້ຖືກລະບຸໄວ້ໃນທຸງອາຊ່ຽນ ເພື່ອແທນຊາດສະມາຊິກທັງ 10 ປະເທດ.

ວິທີການປະດັບທຸງ
       ກຸ່ມຊາດສາມາຊິກອາຊ່ຽນ ໄດ້ມີຂໍ້ຕົກລົງຮ່ວມກັນໃນເລື່ອງການປະດັບທຸງທີ່ສໍານັກງານໃຫຍ່ຂອງອາຊ່ຽນ ຍິງ ເມືອງຈາກາຕ້າ ປະເທດອິນໂດເນເຊຍ ແລະ ໃນການປະຊຸມຢ່າງເປັນທາງການ ໂດຍໃຫ້ປະດັບທຸງຊາດ ປະເທດສາມາຊິກລຽງຕາມຕົວອັກສອນພາສາອັງກິດ ( ເຊິ່ງໃຊ້ເປັນພາສາກາງຂອງອາຊ່ຽນ ) ປິດທທ້າຍ ດ້ອຍທຸງສັນຍາລັກອາຊ່ຽນ ໂດຍລຽງຈາກຂວາມາຊ້າຍດັ່ງນັ້ນການປະດັບທຸງຈຶ່ງມີລໍາດັບດັ່ງນີ້:
ລໍາດັບທີ 1 ທຸງຊາດບຣູໄນ (Brunei)
ລໍາດັບທີ 2 ທຸງຊາດກໍາປູເຈຍ (Cambodia)
ລໍາດັບທີ 3 ທຸງຊາດອິນໂດເນເຊຍ (Indonesia)
ລໍາດັບທີ 4 ທຸງຊາດລາວ (Laos, PDR)
ລໍາດັບທີ 5 ທຸງຊາດມາເລເຊຍ (Malaysia)
ລໍາດັບທີ 6 ທຸງຊາດມຽນມາ (Myanmar)
ລໍາດັບທີ 7 ທຸງຊາດຟິລິບປີນ (Philippines)
ລໍາດັບທີ 8 ທຸງຊາດສິງກະໂປ (Singapore)
ລໍາດັບທີ 9 ທຸງຊາດໄທ (Thailand)
ລໍາດັບທີ 10 ທຸງຊາດຫວຽດນາມ (Vietnam)
ລໍາດັບທີ 11 ທຸງສັນຍາລັກອາຊ່ຽນ
รูปแบบการจัดเรียงธงอาเซียน
ການຈັດລຽງທຸງອາຊ່ຽນ ສໍານັກງານເລຂາທິການອາຊ່ຽນ ເມືອງຈາກາຕ້າ

ຂະນາດຂອງທຸງອາຊ່ຽນ
          ຂະນາດຂອງທຸງອາຊ່ຽນນັ້ນ ມີລັກເກນການຈັດເຮັດໂດຍໃຫ້ຍຶດສັດສ່ວນຂອງຄວາມກວ້າງຕໍ່ຄວາມຍາວ ຂອງທຸງຄືສອງຕໍ່ສາມ(ກວ້າງ:ຍາວ = 2:3ໂດຍມີລາຍລະອຽດ ຂອງຂະໜາດທຸງທີ່ໃຊ້ສໍາລັບງານສະນິດຕ່າງໆດັ່ງນີ້ (ກວ້າງ x ຍາວ).
- ທຸງຕັ້ງໂຕະ : 10 ຊມ. x 15 ຊມ
- ທຸງປະດັບຫ້ອງ : 100 ຊມ. x 150 ຊມ.
- ທຸງປະຈໍາລົດ : 10 ຊມ. x 15 ຊມ
- ທຸງພາກສະໜາມ ຫຼື ທຸງຕິດເສົາທຸງ: 200  ຊມ. x 300 ຊມ.
          ຈະເຫັນວ່າທຸງອາຊ່ຽນນັ້ນບໍ່ໄດ້ພຽງແຕ່ເປັນສັນຍາລັກຂອງກຸ່ມອາຊ່ຽນໃນເວທີໂລກເທົ່ານັ້ນແຕ່ຍັງສະແດງໃຫ້ເຫັນເຖິງປະລິມານອັນແນ່ນອນຂອງສະມາຊິກ ທີ່ຈະຮ່ວມມືກັນໃນທຸກໆດ້ານ ເພື່ອຄວາມຈະ ເລີນກ້າວໜ້າຮ່ວມກັນ ແລະ ຄວາມຢູ່ດີກິນດີຂອງປະຊາກອນອາຊ່ຽນທັງໝົດດ້ວຍ.

ຂອບໃຈຂໍ້ມູນຈາກເວັບໄຊທ໌  เกร็ดความรู้.net

No comments:

Post a Comment